ທ່ານຮອງນາຍົກລັດຖະມົນຕີ ຢ້າມບີງມິງ ຢ້ຽມຢາມ ລາວ ຢ່າງເປັນທາງການ
ທ່ານ ຟ້າມບີງມິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່
ປະທານປະເທດ ລາວ ບຸນຍັງ ວໍລະຈິດ
(vovworld) – ໃນຂອບເຂດການຢ້ຽມຢາມ ລາວ ລະຫວ່າງວັນທີ 25 – 26/12, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ທີ່ບັນດາການຕ້ອນຮັບ, ການນຳຂັ້ນສູງ ລາວ ຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ບັນດາການນຳ ລາວ ເນັ້ນໜັກວ່າ: 2 ຝ່າຍຄວນສົມທົບກັນ ເພື່ອກະກຽມບັນດາການເຄື່ອນໄຫວສະເຫຼີມ ສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໃນປີ 2017 ເປັນຢ່າງດີ.
ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ຢືນຢັນວ່າ ກະຊວງການຕ່າງປະເທດ ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ລາວ ເພື່ອປັບປຸງ ແລະ ຮັດແໜ້ນການພົວພັນແບບພິເສດ ຫວຽດນາມ - ລາວ ກ່ວາອີກຢ່າງບໍ່ຢຸດຢັ້ງ.
ທີ່ການເຈລະຈາລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ. ລັດຖະມົນຕີ 2 ທ່ານລ້ວນແຕ່ຢືນຢັນວ່າ: ຈະຊີ້ນຳ 2 ກະຊວງການຕ່າງປະເທດ ສືບຕໍ່ສົມທົບກັນຮັບໃຊ້ບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງເປັນຢ່າງດີ, ສົມທົບກັນເພີ່ມທະວີປະສິດທິຜົນຂອງບັນດາກົນໄກຮ່ວມມືລະຫວ່າງ 2 ປະເທດ, ນຳການພົວພັນ 2 ປະເທດເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທດຈິງ; ຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ປະເທດ ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງຂັ້ນສູງເປັນຢ່າງດີ. 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງກ້ວາງຂວາງ, ໃນນັ້ນມີສະພາບແວດລ້ອມຍຸດທະສາດຢູ່ ອາຊີ - ປາຊີຟິກ, ການຮ່ວມມືໃນ ອາຊຽນ, ພັດທະນາເຂດອະນຸພາກພື້ນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນແມ່ນ້ຳຂອງໃຫ້ໝັ້ນຄົງ, ບັນຫາທະເລຕາເວັນອອກ.