ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຕ້ອນຮັບທ່ານຮອງລັດຖະມົນຕີຜູ້ທີ 1 ກະຊວງການຕ່າງປະເທດ ລັດເຊຍ
(VOVWORLD) - ຕອນເຊົ້າວັນທີ 6 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໃຫ້ການຕ້ອນຮັບທ່ານ V. Titov ຮອງລັດຖະມົນຕີຜູ້ທີ 1 ກະຊວງການຕ່າງປະເທດ ລັດເຊຍ ເນື່ອງໃນໂອກາດທ່ານມາເຂົ້າຮ່ວມກອງປະຊຸມເຈລະຈາກ່ຽວກັບຍຸດທະສາດການທູດ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ລະຫວ່າງ ລັດເຊຍ ແລະ ຫວຽດນາມ ຄັ້ງທີ 11 ຢູ່ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບທ່ານ V. Titov ຮອງລັດຖະມົນຕີຜູ້ທີ 1 ກະຊວງການຕ່າງປະເທດ ລັດເຊຍ (ພາບ: baoquocte.vn) |
ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຕີລາຄາສູງເລື່ອງສອງປະເທດຮັກສາກົນໄກເຈລະຈາຍຸດທະສາດ, ສ້າງເງື່ອນໄຂແລກປ່ຽນຂໍ້ມູນຂ່າວສານ ແລະ ໜູນຊ່ວຍເຊິ່ງກັນແລະກັນ ເພື່ອປະຕິບັດສໍາເລັດໜ້າທີ່ທາງດ້ານການເມືອງຂອງຕົນໄດ້ເປັນຢ່າງດີ; ທ່ານກໍເນັ້ນໜັກວ່າ ສອງຝ່າຍຄວນສືບຕໍ່ເສີມຂະຫຍາຍການສົມທົບກັນໃຫ້ແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ; ສືບຕໍ່ເພີ່ມທະວີການແລກປ່ຽນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ..., ພິເສດແມ່ນເມື່ອຫວຽດນາມ ດໍາລົງສອງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ, ສປຊ ອາຍຸການ 2020 – 2021 ແລະ ປະທານ ອາຊຽນ 2020.
ສ່ວນທ່ານ V. Titov ຮອງລັດຖະມົນຕີຜູ້ທີ 1 ກະຊວງການຕ່າງປະເທດ ລັດເຊຍ ຢັ້ງຢືນວ່າ ລັດເຊຍ ຈະສືບຕໍ່ຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອແນໃສ່ນໍາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ພັດທະນາຢ່າງແທດຈິງ ແລະ ຂະຫຍັນຂັນເຄື່ອນໃນທຸກຂົງເຂດ, ພ້ອມກັບຫວຽດນາມ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.