(vovworld) - ຕອນເຊົ້າວັນທີ 10/12, ເມື່ອເຮັດວຽກກັບການນຳແຂວງ ຢາລາຍ ຢູ່ໄຕງວຽນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາໝາກຜົນຊຶ່ງແຂວງ ຢາລາຍ ບັນລຸໄດ້ໃນປີຜ່ານມາ. ພົ້ນເດັ່ນໃນສະພາບພວມປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ແຕ່ແຂວງ ຢາລາຍຍັງຄົງຮັກສາລະດັບຈະເລີນເຕີບໂຕເສດຖະກິດເກືອບ 13%. ການນຳແຂວງ ຢາລາຍ ກໍຍົກໃຫ້ເຫັນຄວາມຫຍຸ້ງຍາກຂໍ້ຕິດຂັດຈຳນວນຫນຶ່ງ ປາດຖະຫນາຢາກໄດ້ຮັບການພິຈາລະນາ, ແກ້ໄຂຈາກລັດຖະບານ, ບັນດາກະຊວງ, ຂະແຫນງການຢູ່ສູນກາງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ລັດຖະບານ ຈະພິຈາລະນາ, ຊີ້ນຳບັນດາກະຊວງ, ຂະແຫນງການກ່ຽວຂ້ອງສົມທົບກັບແຂວງເພື່ອແກ້ໄຂບັນຫາດັ່ງກ່າວ.