( ພາບປະກອບ )
|
( vovworld ) - ພາຍຫຼັງຮັບຝັງບົດລາຍງານຂອງຄະນະຊີ້ນຳປ້ອງກັນຕ້ານພະຍຸນ້ຳຖ້ວມສູນກາງ, ຄະນະກຳມະການແຫ່ງຊາດກ່ຽວກັບການຊອກຫາກູ້ໄພກູ້ຊີບ, ສຸນພະຍາກອນຍຸຕຸນິຍົມອຸທົກກະສາດສູນກາງ ແລະ ຄຳຄິດຄຳເຫັນຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປ້ອງກັນຕ້ານພະຍຸນ້ຳຖ້ວມ ແລະ ຊອກຫາກູ້ໄພກູ້ຊີບປີ 2011, ຜັນຂະຫຍາຍໜ້າທີວຽກງານປີ 2012, ຫ້ອງວ່າການລັດຖະບານໄດ້ອອກແຈ້ງການກ່ຽວກັບຂໍ້ສະຫຼຸບຂອງທ່ານຮອງນາຍົກລັດຖະມົນຕີ ຫ່ວາງຈູງຫາຍ ຢູ່ທີກອງປະຊຸມດັ່ງນີ້; ຄະນະຊີ້ນຳປ້ອງກັນຕ້ານພະຍຸ, ນ້ຳຖ້ວມສູນກາງ, ຄະນະກຳມະການແຫ່ງຊາດຊອກຫາກູ້ໄພກູ້ຊີບ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຜັນຂະຫຍາຍວຽກງານປ້ອງກັນຕ້ານພະຍຸນ້ຳຖ້ວມປີ 2012 ຢ່າງເຂັ້ມຫງວດ, ສືບຕໍຜັນຂະຫຍາຍໂຄງການດຳເນີນງານປະຕິບັດຍຸດທະສາດປ້ອງກັນຕ້ານ ແລະ ຫຼຸດຜ່ອນໄພທຳມະຊາດເຖິງປີ 2020, ແຜນຮ່າງສັງລວມໃນຂົງເຂດຊອກຫາກູ້ໄພກູ້ຊີບຮອດປີ 2015, ວິໄສທັດເຖິງປີ 2020. ຢູ່ທ້ອງຖິ່ນຕ່າງໆໄດ້ເປັນເຈົ້າການສົມທົບບັນດາວຽກງານປ້ອງກັນ, ຫຼີກລ້ຽງໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງເຂົ້າໃນແຜນການ, ແຜນຮ່າງຢ່າງລະອຽດຂອງກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ, ຍູ້ແຮງວຽກງານໂຄສະນາ, ຍົກສູງຄວາມຮັບຮູ້ຂອງວົງຄະນະຍາດໃນວຽກງານປ້ອງກັນຕ້ານ, ຮັບມືກັບໄພທຳມະຊາດ, ເປັນເຈົ້າການປະຕິບັດບັນດາໂຄງການຍົກຍ້າຍປະຊາຊົນ, ກະກຽມວິທີຍົກຍ້າຍປະຊາຊົນເມື່ອຈຳເປັນ, ຕິດຕາມກວດກາ, ຕີລາຄາຄຸນນະພາບຄັນຄູ, ອ່າງເກັບນ້ຳ ແລະ ອື່ນໆ.