ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ ​ເຂົ້າ​ຮ່ວ​ມ​ພິ​ທີ​ສະ​ເຫຼີ​ມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ນາ​ໄລ​ກົດ​ໝາຍ​ຮ່າ​ໂນ້ຍ

(VOVWORLD) -ຕອນເຊົ້າວັນທີ 10 ພະຈິກ, ມະຫາວິທະຍາໄລກົດໝາຍຮ່າໂນ້ຍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ (10 ພະຈິກ 1979 – 10 ພະຈິກ 2019) ແລະ ພິທີຮັບຫຼຽນໄຊແຮງງານຊັ້ນໜຶ່ງຄັ້ງທີ 2.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ ​ເຂົ້າ​ຮ່ວ​ມ​ພິ​ທີ​ສະ​ເຫຼີ​ມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ນາ​ໄລ​ກົດ​ໝາຍ​ຮ່າ​ໂນ້ຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ໃນຕະຫຼອດໄລຍະ 40 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ໄດ້ບຳລຸງສ້າງ ພະນັກງານດ້ານກົດໝາຍ 100.000 ຄົນໃນທົ່ວປະເທດ. ມີນັກຮຽນ, ນັກສຶກສາຫຼາຍລຸ້ນພາຍຫຼັງຮຽນຈົບຢູ່ມະຫາວິທະນາໄລແລ້ວພວມເຮັດວຽກ ແລະ ມີການປະກອບສ່ວນຫຼາຍຢ່າງເຂົ້າບັນດາຂົງເຂດກົດໝາຍ, ຕຸລາການໃນທົ່ວປະເທດ, ຫຼາຍຄົນກໍ່ພວມສວມບົດບາດສຳຄັນໃນບັນດາອົງການຂອງພັກ, ລັດ, ໃນນັ້ນມີ 80 ທ່ານ ແມ່ນສະມາຊິກສະພາແຫ່ງຊາດ ຊຸດທີ XIV ໂດຍເປັນອະດີດອາຈານ, ນັກຮຽນ, ນັກສຶກສາຂອງໂຮງຮຽນ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເນັ້ນໜັ້ກວ່າ: ວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານກົດໝາຍທີ່ມີຄຸນນະພາບສູງໃຫ້ແກ່ປະເທດຊາດ ແມ່ນ ໜ້າທີ່ສຳຄັນເຊິ່ງໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ, ພິເສດແມ່ນໃນການສ້າງສາປະເທດ ຫວຽດນາມ ສັງຄົມນິຍົມໃນປັດຈຸບັນ, ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດຍູ້ແຮງການຫັນເປັນອຸດສາຫະກຳ, ເຫັນເປັນທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນໃນສະໄໝໃໝ່. ທ່ານຮອງນາຍົກລັດຖະມົນຕີຕັກເຕືອນວ່າ ມະຫາວິທະຍາໄລກົດໝາຍຮ່າໂນ້ຍ ຕ້ອງກຳນົດຢ່າງຈະແຈ້ງ ຍຸດທະສາດ, ທີ່ຕັ້ງ, ບົດບາດ ແມ່ນພື້ນຖານການບຳລຸງສ້າງ, ຄົ້ນຄ້ວາພື້ນຖານດ້ານກົດໝາຍ ແຖວໜ້າຢູ່ ຫວຽດນາມ, ປະກອບສ່ວນສຳຄັນໃນການສະໜອງຈຳນວນ ແລະ ຄຸນນະພາບແຫຼ່ງຊັບພະຍາກອນມະນຸດທີ່ຮັບໃຊ້ໃຫ້ແກ່ການປັບປຸງຍຸຕິທຳ, ພ້ອມທັງ ຮັບໃຊ້ຄວາມຕ້ອງການຂອງການບຳລຸງສ້າງພະນັກງານກົດໝາຍ ໃຫ້ແກ່ການພັດທະນາ ເສດຖະກິດ - ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ