ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງເຂົ້າຮ່ວມພິທີປຸກລະດົມ “ເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມ”ຢູ່ລາວກາຍ.

ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງເຂົ້າຮ່ວມພິທີປຸກລະດົມ “ເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມ”ຢູ່ລາວກາຍ. - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງກ່າວ​ຄຳ​ເຫັນ​ນະ​ພິ​ທີ​ປຸກ​ລະ​ດົມ
ພາບ:baochinhphu.vn

(vovworld)- ຕອນ​ຄ່ຳ​ວັນ​ທີ 4/6, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໄດ້​ສົ​ມ​ທົບ​ກັບ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ, ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ ຫວຽດ​ນາມ ແລະ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ລາວ​ກາຍ ຈັດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ “ເດືອນ​ເຄ​ື່ອນ​ໄຫວ​ເພື່ອ​ສິ່ງ​ແວດ​ລ້ອມ”. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ ເພື່ອ​ລະ​ດົມ​ການ​ເຂົ້າ​ຮ່ວ​ມ​ຂອງ​ທັງ​ລະ​ບົບ​ການ​ເມືອງ, ສັງ​ຄົມ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ. ເພື່ອ​ປະ​ຕິ​ບັດ​​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃຫ້ສຳ​ເລັດ ແລະ ມີ​ປະ​ສິດ​ທິ​ຜົນ, ພວກ​ເຮົາ​ຕ້ອງ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ​ຈາກ​ການ​ກະ​ທຳ​ນ້ອຍ​ສຸດ, ແທດ​ຈິງ​ສຸດ ແລະ ໃກ້​ຊິດ​ຕິດ​ແທດ​ສຸດ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຈະ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະ​ບົບ​ການ​ເມືອງ, ບັນ​ດາ​ວິ​ສາ​ຫະ​ກິດ ແລະ ທົ່ວ​ປະ​ຊາ​ຄົມ​ພວກ​ເຮົາ.”

 

ຕອບກັບ

ຂ່າວ/ບົດ​ອື່ນ