ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ້າລອງແຂວງກວ໋າງນີງ

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ້າລອງແຂວງກວ໋າງນີງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ບີງ​ມີງ​ທີ່​ການ​ພົບ​ປະ
ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ຮ້າ​ລອງ


(vovworld)-​ຕອນ​ເຊົ້າ​ວັນ​ທີ 3/7, ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອ​ນ ຮ້າ​ລອງ ແຂວງ ກວ໋າງ​ນີງ ພາຍ​ຫລັງ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13. ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ໄດ້​ລາຍ​ງານ​ໂດຍ​ສັງ​ເຂບ​ໝາກ​ຜົນ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13. ຕາມນັ້ນ​ແລ້ວ, ກອງ​ປະ​ຊຸມ​ເທື່ອນີ້ ໄດ້​ຮັບ​ຮອງ​ເອົາ ຮ່າງ​ກົດ​ໝາຍ 11 ສະ​ບັບ, ໃຫ້​ຄຳ​ເຫັນ​ໃສ່ຮ່າງ​ກົດ​ໝາຍ 15 ສະ​ບັບ, ໃນ​ນັ້ນ ມີ​ຮ່າງ​ກົດ​ໝາຍ​ຫລາຍ​ສະ​ບັບ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ມະ​ຫາ​ຊົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ໄດ້​ລາຍ​ງານ​ສະ​ພາບ​ການມໍ່ໆ​ມານີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ​ກໍ​ຄື​ທັດ​ສະ​ນະ​ສະ​ເຫມີ​ຕົ້ນ​ສ​ະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ​່​ເກາະ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຕົນ ສອດ​ຄ​ອ່ງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ