(ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການ
ຕ້ອນຮັບ ທ່ານ ນາງ Melainie Schultz Van Heagen)
(vovworld) –ຕອນບ່າຍວັນທີ 30 ມີນາ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບ ທ່ານ ນາງ Melainie Schultz Van Heagen, ລັດຖະມົນຕີວ່າການກະຊວງພື້ນຖານໂຄງລ່າງ ແລະ ສິ່ງແວດລ້ອມໂຮນລັງ ທີ່ກຳລັງຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ປັດຈຸບັນ ເຂດທົ່ງພຽງແມ່ນ້ຳຂອງ ຂອງຫວຽດນາມ ກຳລັງປະສົບກັບສະພາບໄພແຫ້ງແລ້ງ, ນ້ຳເຄັມຊຶມເຂົ້າຢ່າງຮ້າຍແຮງທີ່ສຸດ ໃນປະຫວັດສາດເກືອບ 100 ປີຜ່ານມາ. ດ້ວຍຫຼາຍຈຸດທີ່ຄ້າຍຄືກັນ, ພິເສດ ແມ່ນປະສົບກັບຜົນສະທ້ອນຢ່າງຮ້າຍແຮງ ຂອງປະກົດການ ປ່ຽນແປງຂອງດີນຟ້າອາກາດ, ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ປາດຖະໜາວ່າຝ່າຍ ໂຮນລັງຈະຊອກຫາ ວິທີແກ້ໄຂທີ່ແທດຈິງ ແລະ ມີປະສິດທິຜົນ ເພື່ອຮັບມືກັບບັນດາສິ່ງທ້າທາຍ ທີ່ຫວຽດນາມ ກຳລັງປະສົບ. ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ສະເໜີລັດຖະບານໂຮນລັງ ສືບຕໍ່ເອົາໃຈໃສ່ໜູນຊ່ວຍ ຫວຽດນາມ ບັນດາວິທີແກ້ໄຂ ຮັບມືການປ່ຽນແປງຂອງດີນຟ້າອາກາດ, ສະຫງວນແຫຼ່ງອຸປະຖຳ ເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງ, ພາກໃຕ້ ແລະ Tay Nguyen ຮັກສານ້ຳຈືດ, ຕ້ານນ້ຳເຄັມຊຶມເຂົ້າ ແລະ ໄພແຫ້ງແລ້ງ ໃນລະດູແລ້ງ, ສ່ວນ ທ່ານ ນາງ Melainie Schultz Van Heagen, ຢັ້ງຢືນຈະເຮັດຈົນສຸດຄວາມສາມາດຂອງຕົນ ແບ່ງປັນບົດຮຽນ ກັບຫວຽດນາມ, ບົດຮຽນດ້ານວິຊາສະເພາະ ແລະ ແຫຼ່ງອຸປະຖຳ ເພື່ອຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດ ດ້ວຍບັນດາແຜນການຕໍ່ໜ້າ ແລະ ຍາວນານ ທີ່ໂຮນລັງ ໄດ້ປະສົບ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂສິ່ງທ້າທາຍນີ້ໃຫ້ສຳເລັດ.