ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟູກ ເຮັດວຽກກັບ ສຳນັກງານ ສູນກາງພັກ ແລະ ລັດ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟູກ ເຮັດວຽກກັບ ສຳນັກງານ ສູນກາງພັກ ແລະ ລັດ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ເປັນປະທານການເຮັດວຽກ
(ພາບ: thanhtra.com.vn)

(vovworld) ຕອນ​ເຊົ້າ​ວັນ​ທີ 31/1(ກົງ​ກັບ​ວັນ​ທີ 9 ​ເດືອນ​ຈຽງ​, ໄລ່​ຕາມ​ຈັນທະ​ປະ​ຕິ​ທິນ, ປີ​ມະ​ໂຣງ 2012), ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟູກ ​ໄດ້​ລົງ​ອວຍພອນ​ປີ​ໃໝ່, ​ເຮັດ​ວຽກ​ກັບ​ພະນັກງານ​ພວມ​ປະຕິບັດ​ໜ້າ​ທີ່ຢູ່​ສຳນັກງານ​ຕ້ອນຮັບ​ພົນລະ​ເມືອງ​ຂອງ​ສູ​ນກາງ​ພັກ​ ​ແລະ ລັດ. ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟູ​ກ ​ໄດ້​ຊີ້​ນຳ​ວ່າ: ​​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສຳນັກງານ​ຕ້ອນຮັບ​ພົນລະ​ເມືອງ​ຂອງ​ສູນ​ກາງ​ພັກ ​ແລະ ລັດ​ຄວນ​ສືບ​ຕໍ່​ຮັກສາ, ຈັດ​ຕັ້ງ​ວຽກ​ງານ​ຕ້ອນຮັບ​ພົນລະ​ເມືອງ​ໃຫ້​ດີ​ກ່ວາ​ອີກ, ຄວນ​ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​​ໂນ​ໂລ​ຢີ - ຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ວຽກ​ງານ​ຕ້ອນຮັບ​ພົນລະ​ເມືອງ​ຢູ່​ສຳນັກງານ, ສ້າງ​ຖັນ​ແຖວ​ພະນັກງານ​ຕ້ອຍ​ຮັບ​ພົນລະ​ເມືອງ​ທີ່ມີ​ຄວາມ​ສາມາດ​ດ້ານ​ວິຊາ​ການ, ມີ​ຄຸນ​ສົມບັດ​ດີ, ມີ​ແບບ​ແຜນດຳລົງ​ຊີ​ວິ​ດ​ທີ່ໂປ່​ງ​ໃສ.​.​​.ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ​ເນັ້ນ​ໜັກ​ວ່າ: ຫົວໜ້າ​​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຕ່າງໆ ຈົ່ງປະຕິ​ບັດ​ການ​ຕ້ອນຮັບ​ພົນລະ​ເມືອງ​ຕາມ​ກຳນົດ ​ແລະ ​ໂອ້​ລົມ​ສົນທະນາ​ກັບ​ພົນລະ​ເມືອງ​ເປັນ​ປະຈຳ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ຮຽກຮ້ອງ​​ໃຫ້ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ຈາກ​ຂັ້ນສູນ​ກາງ ລົງ​ຮອດ​ຂັ້ນທ້ອງ​ຖີ່​ນສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ພົນລະ​ເມືອງ​ມາ​​ສ່ອງ​ແສງ, ກ່າວ​ຟ້ອງ, ຮ້​ອງທຸກຢູ່ສຳນັກງານ​ ​ແລະ ຕ້ອງ​ເຄົາລົບ, ຮັບ​ຟັງ​ຄຳ​ເຫັນ​ຂອງ​ພັນ​ລະ​ເມືອງ.

ຂ່າວ/ບົດ​ອື່ນ