ທ່ານເລແທງຫາຍ ແລະ ປະທານາທິບໍດີອິນເດຍ Pranab Mukherjee
(ພາບ:vietnamplus.vn)
(vovworld)- ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ ໂດຍທ່ານເລແທງຫາຍ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ນຳໜ້າ ໄດ້ໄປຢ້ຽມຢາມສັນຖະວະໄມຕີອິນເດຍ ຢ່າງເປັນທາງການ. ຕອນເຊົ້າວັນທີ 14/3, ທ່ານເລແທງຫາຍ ໄດ້ເຂົ້າຢ້ຽມຂ່ຳນັບປະທານາທິບໍດີອິນເດຍ Pranab Mukherjee. ທ່ານເລແທງຫາຍ ຢືນຢັນວ່າ ຍາມໃດນະຄອນໂຮ່ຈິມິນ ກໍ່ຖື ອິນເດຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນສຳຄັນ, ທ່ານປາດຖະໜາວ່າປະທານາທິບໍດີອິນເດຍ ຈະສືບຕໍ່ມີຄວາມເອົາໃຈໃສ່, ສະໜັບສະໜູນພັດທະນາການພົວພັນລະຫວ່າງນະຄອນໂຮ່ຈິມິນ ກັບທ້ອງຖິ່ນຕ່າງໆຂອງອິນເດຍ. ເມື່ອເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫ່ຍພັກກອມມູນິດອິນເດຍ Sudhkar Reddy ທ່ານເລແທງຫາຍ ອວຍພອນພັກກອມມູນິດອິນເດຍ ແລະ ຂະບວນການກອມມູນິດ, ຝ່າຍຊ້າຍເວົ້າລວມຢູ່ອິນເດຍ ໄດ້ຮັບການປັບປຸງ, ພັດທະນາໃນໄລຍະຈະມາເຖິງ. ສອງຝ່າຍແລກປ່ຽນບາງເນື້ອໃນກ່ຽວກັບການເຄື່ອນໄຫວຂອງພັກ, ວຽກງານກໍ່ສ້າງພັກ. ໃນຕອນບ່າຍຂອງວັນດຽວກັນ, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ເລແທງຫາຍ ໄດ້ໃຫ້ການຕ້ອນຮັບທ່ານ Khaleque ປະທານສະມາຄົມມິດຕະພາບອິນເດຍ-ຫວຽດນາມ ແລະ ບັນດາສະມາຊິກຂອງສະມາຄົມ.