ທ່ານເລຂາທິການໃຫຍ່ AL ແລະ ທູດພິເສດລວມ ປຶກສາຫາລືກ່ຽວກັບວິກິດການຢູ່ຊີຣີ
(ພາບປະກອບ)
(vovworld) - ວັນທີ 10/02, ສຳນັກຂ່າວສານ MENA ໃຫ້ຂ່າວວ່າ, ຢູ່ນະຄອນຫຼວງກາຍໂຣ, ປະເທດອີຢີບ, ທ່ານເລຂາທິການໃຫຍ່ສະຫະພັນອາຣັບ (AL) Nabil al Arabi ໄດ້ມີການພົບປະກັບທູດພິເສດລວມຂອງສະຫະປະຊາຊາດ ແລະ AL, ທ່ານ Lakhdar Brahimi, ເພື່ອປຶກສາຫາລືກ່ຽວກັບບັນດາບາດກ້າວໃໝ່ສຸດຂອງວິກິດການຢູ່ຊີຣີ ແລະ ຄຳຮຽກຮ້ອງເຈລະຈາວ່າງມໍ່ໆມານີ້ຂອງສຳພັນທະມິດຝ່າຍຄ້ານ. ທ່ານ Brahimi ໄດ້ແຈ້ງໃຫ້ທ່ານ Arabi ຊາບໝາກຜົນໂກຍຫຍໍ້ຂອງການຢ້ຽມຢາມບາງປະເທດອາຣັບ ແລະ ຕ່າງປະເທດ ເພື່ອຊຸກຍູ້ມາດຕະການແກ້ໄຂວິກິດການຢູ່ຊີຣີ ກໍຄືຢຸດຕິສະພາບການນອງເລືອດໃນປະຈຸບັນຢູ່ປະເທດຕາເວັນອອກກາງນີ້. ແລະກໍໃນວັນດຽວກັນ, ທ່ານ Brahimi ໄດ້ມີການພົບປະກັບຫົວໜ້າພວກພັດຖິ່ນຂອງສຳພັນທະມິດຊົນຊາດຊີຣີ ຝ່າຍຄ້ານ, ທ່ານ Moaz al Khatib ແລະ ທ່ານຮອງປະທານສຳພັນທະມິດຊົນຊາດ Riad Seif, ກະຕຸກຊຸກຍູ້ທ່ານ Khatib ສືບຕໍ່ຊອກຫາການເຈລະຈາກັບອຳນາດການປົກຄອງ Damascus. ໃນຖະແຫຼງການໜື່ງທີ່ແວບໄຊ Facebook, ທ່ານ Khatib ໃຫ້ຮູ້ວ່າ, ທ່ານກຽມພ້ອມເຈລະຈາກັບບັນດາຜູ້ຕ່າງໜ້າຂອງທ່ານປະທານາທິບໍດີ Bashar al Assad ຢູ່ບັນດາເຂດ ໂດຍກຳລັງຄັດຂ້ານລັດຖະບານຄວບຄຸມຢູ່ທາງທິດເໜືອຊີຣີ.