ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບປະທານສະຫະພັນແມ່ຍິງ ລາວ

ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບປະທານສະຫະພັນແມ່ຍິງ ລາວ - ảnh 1
ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບ
ທ່ານນາງສີ​ໄສ ລື​ເດັດ​ມູນ​ສອນ ປະທານສະຫະພັນແມ່ຍິງ ລາວ
ພາບ:baodientuchinhphu.vn

(vovword)- ຕອນ​ບ່າ​ຍວັນ​ທີ 3/5 ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະຫະພັນ​ແມ່ຍິງ ລາວ ​ໂດຍ​ທ່ານ​ນາງ ສີ​ໄສ ລື​ເດັດ​ມູນ​ສອນ, ກຳມະການ​ສູນ​ກາງ​ພັກ, ປະທານ​ສະຫະພັນ​ດັ່ງກ່າວ ນຳ​ຫນ້າ ພວມ​ ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຢືນຢັນ​ວ່າ: ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລາວ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊາດ ຕ້ອງ​ຮັກສາ, ​ເສີມ​ຂະຫຍາຍ. ​ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຕີ​ລາຄາ​ສູງໝາກຜົນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມຄັ້ງ​ນີ້ ​ຂອງ​ຄະນະ​ຜູ້​ແທນ​ສະຫະພັນ​ແມ່ຍິງ ລາວ ກໍ​ຄື​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ນັບ​ມື້​ນັບ​ແຫນ້ນ​ແຟ້ນ, ມີ​ປະສິດທິ​ຜົນ​ລະຫວ່າງ​ສະຫະພັນ​ແມ່ຍິງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ປາດ​ຖະຫນາ​ວ່າ ສະຫະພັນ​ແມ່ຍິງ​ສອງ​ປະ​ເທດ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສະຫງ່າ​ລາສີ​ຂອງ​ຕົນ, ປະຕິ​ບັດ​ບັນດາ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ຢ່າງ​ມີ​ໄຊ, ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ “ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ,​ ລາວ - ຫວຽດນາມ ”, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ ​ແລະ ລາວ​ ຍິ່ງ​ໆຂຶ້ນ​.
ຂ່າວ/ບົດ​ອື່ນ