ທ່ານ ເລຂາທິການໃຫຍ່ Nguyen Phu Trong ໄດ້ໃຫ້ການຕ້ອນຮັບທ່ານ Marty Natalegawa ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ
ພາບ:baomoi.com
|
(vovworld) - ຕອນເຊົ້າວັນທີ 26/7, ຢູ່ ສຳນັກງານສູນກາງພັກ, ທ່ານ Nguyen Phu Trong ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Marty Natalegawa ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານ Marty Natalegawa ລາຍງານໃຫ້ທ່ານເລຂາທິການໃຫຍ່ Nguyen Phu Trong ຮັບຊາບໝາກຜົນອັນດີງາມຂອງກອງປະຊຸມຄັ້ງທີ 1 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ ໂດຍທ່ານລັດຖະມົນຕີການຕ່າງປະເທດຂອງສອງປະເທດເປັນປະທານຮ່ວມ ເປັນຕົ້ນແມ່ນເລື່ອງສອງຝ່າຍໄດ້ປຶກສາຫາລື ແລະ ເປັນເອກະພາບບັນດາການກຳນົດທິດ ແລະ ມາດຕະການລະອຽດຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆຄື: ການຄ້າ, ການລົງທຶນ, ກະສິກຳ, ສິນໃນນ້ຳ, ວັດທະນະທຳ, ການສຶກສາບຳລຸງສ້າງ, ການທ່ອງທ່ຽວ ກໍຄືເລື່ອງສອງຝ່າຍເປັນເອກະສັນນຳກັນ ແລະ ແບ່ງປັນຫລາຍຈຸດຄ້າຍຄືກັນໃນບັນດາບັນຫາພາກພື້ນ ແລະ ໂລກ. ທ່ານເລຂາທິການໃຫຍ່ Nguyen Phu Trong ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ແລະ ຖືວ່າ: ການຮ່ວມມືລະຫວ່າງສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງຄວນໄດ້ຮັບການເສີມຂະຫຍາຍ ແລະ ຂຸດຄົ້ນກວ່າອີກ.