(VOVWORLD) - ຕອນເຊົ້າວັນທີ 06 ກັນຍາ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າອະນຸກຳມະການເອກະສານ ໄດ້ເປັນປະທານກອງປະຊຸມຂອງອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເຫັນດີເປັນເອກະພາບໂດຍພື້ນຖານຕໍ່ຮ່າງບົດລາຍງານການເມືອງ, ສະເໜີໜ່ວຍງານຮຽບຮຽງເອກະສານ ໃກ້ຊິດຕິດແທດກັບໜ້າທີ່ກອງປະຊຸມໃຫຍ່. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວວ່າ:
“ໃກ້ຊິດຕິດແທດ, ສົມທຽບໂຄງການດຳເນີນງານການເມືອງ ເບິ່ງວ່າ ພວກເຮົາພວມຢູ່ໃນໄລຍະໃດ. ອາຍຸການນີ້, ຂີດໝາຍຈຸດພົ້ນເດັ່ນແມ່ນຫຍັງ, ມີຂໍ້ຈຳກັດຄົງຄ້າງແມ່ນຫຍັງ ພະຍາຍາມສັງລວມໃຫ້ກະທັດຮັດ ອາດເວົ້າໄດ້ວ່າ ເສດຖະກິດພວກເຮົາເຕີບໂຕຢ່າງລຽນຕິດ, ເປັນປົກກະຕິບໍ່?. ການກໍ່ສ້າງພັກ, ລະບົບການເມືອງ, ການຕໍ່ສູ້ຕ້ານການສໍ້ລາດບັງຫລວງ…ເປັນຫຍັງປະຊາຊົນຊົມຈຶ່ງເຊີຍ ແລະ ສະໜັບສະໜູນ. ນີ້ແມ່ນຈຸດພົ້ນເດັ່ນຂອງອາຍຸການນີ້, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ພາຍໃນມີຄວາມສາມັກຄີກັນດີ.”
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີວ່າ ໃນບົດລາຍດງານການເມືອງ ຕ້ອງຮັກສາໂຄງປະກອບ 15 ຂໍ້ໄວ້ຄືເກົ ່າ, ສະເໜີອະນຸກຳມະການເອກະສານ ເພີ່ມທະວີການສົມທົບກັບໜ່ວຍງານຮຽບຮຽງບົດລາຍງານເສດຖະກິດ - ສັງຄົມ, ບົດລາຍງານການກໍ່ສ້າງພັກ ແລະ ປະຕິບັດກົດລະບຽບພັກ ສືບຕໍ່ອັບເດັດ, ຫັນສະພາບການ, ຈຳນວນຕົວເລກ, ການຄົ້ນຄ້ວາໃຫ້ຊັດເຈນໄດ້ມາດຕະຖານ.