ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ
ທ່ານປະທານາທິບໍດີເວເນຊູເອລາ Nicolás Maduro Moros
(ພາບປະກອບ: TTXVN)
|
ເນື່ອງໃນໂອກາດສະເຫຼີມສະຫຼອງ 209 ປີແຫ່ງວັນຊາດສ.ເວເນຊູເອລາ (05 ກໍລະກົດ 1811 – 05 ກໍລະກົດ 2020), ວັນທີ 05 ກໍລະກົດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ສົ່ງສານອວຍພອນເຖິງທ່ານປະທານາທິບໍດີເວເນຊູເອລາ Nicolás Maduro Moros.
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດເວເນຊູເອລາ Jorge Arreaza Montserrat ເຊັ່ນດຽວກັນ.