ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງສິ້ນສຸດການຢ້ຽມຢາມສະຫະພັນ ລັດເຊຍ

(VOVWORLD) - ຕອນບ່າຍວັນທີ 08 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ

ໄດ້ເດີນທາງອອກຈາກນະຄອນຫລວງ ມົດສະກູ, ສິ້ນສຸດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແຕ່ວັນທີ 05 – 08 ກັນຍາ. ເມື່ອເດີນທາງອອກຈາກນະຄອນຫລວງ ມົດສະກູ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງໂທລະເລກຂອບໃຈທ່ານປະທານາທິບໍດີ ລັດເຊຍ Vladimir Putin. ເນືື້ອໃນໂທລະເລກມີຕອນຂຽນວ່າ: ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ດ້ວຍໝາກຜົນອັນດີງາມຂອງການຢ້ຽມຢາມຄັ້ງນີ້, ເປັນຕົ້ນແມ່ນຖະແຫຼງການຮ່ວມລະຫວ່າງ 2 ປະເທດ ຫວຽດນາມ - ສະຫະພັນ ລັດເຊຍ ນັ້ນຈະແມ່ນພື້ນຖານປັບປຸງ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ເລິກເຊິ່ງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ