ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບຄະນະກຳມະການກວດກາສູນກາງພັກປະຊາຊົນ ກຳປູເຈຍ

(VOVWORLD) - ບ່າຍວັນທີ 10 ສິງຫາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະກຳມະການກວດກາສູນກາງພັກປະຊາຊົນ ກຳປູເຈຍ (CPP)
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບຄະນະກຳມະການກວດກາສູນກາງພັກປະຊາຊົນ ກຳປູເຈຍ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບ ທ່ານ Nay Pena

ໂດຍທ່ານ Nay Pena ຫົວໜ້າຄະນະກຳມະການກວດກາສູນກາງພັກ CPP, ຮອງປະທານຜູ້ທີ 1 ສະພາສູງລາຊະອານາຈັກ ກຳປູເຈຍ ນຳໜ້າມາຢ້ຽມຢາມ ແລະ ເຮັດວຽກຢູ່ວຽກນາມ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຊື່ອໝັ້ນວ່າ ພາຍໃຕ້ການຄອງລາດຊະວັງຂອງພະບາດສົມເດັດ, ການຊີ້ນຳນຳພາສະຫລາດສ່ອງໃສຂອງສະພາສູງ, ສະພາແຫ່ງຊາດ ແລະລັດຖະບານລາຊະອານາຈັກ ກຳປູເຈຍ, ປະຊາຊົນ ກຳປູເຈຍ ສືບຕໍ່ຍາດໄດ້ຜົນງານໃໝ່ຫລາຍຢ່າງ,  ຍິ່ງໃຫຍ່ກ່ວາໃນພາລະກິດສ້າງສາປະເທດ ກຳປູເຈຍ ສັນຕິພາບ, ເອກະພາບ, ປະຊາທິປະໄຕ ແລະ ກ້າວໜ້າສັງຄົມ. ທ່ານເລຂາທິການໃຫຍ່ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ການປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳ ປູເຈຍ ກໍ່ຄື ຫວຽດນາມ - ກຳ ປູເຈຍ - ລາວ.

 

ຕອບກັບ

ຂ່າວ/ບົດ​ອື່ນ