ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ
ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ
ແລະ ຄະນະຜູ້ແທນລາວ
(ພາບ: cand.com.vn)
|
(vovworld) – ຕອນບ່າຍວັນທີ 16/3, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດລາວ ທອງລຸນ ສີສຸລິດ ພວມຢູ່ຢ້ຽມຢາມຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງໝາກຜົນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຢູ່ຫວຽດນາມ ກໍຄືໝາກຜົນການຮ່ວມມືລະຫວ່າງ 2 ກະຊວງການຕ່າງປະເທດຂອງ 2 ປະເທດໃນໄລຍະຜ່ານມາ ແລະ ຫວັງວ່າ 2 ກະຊວງການຕ່າງປະເທດຂອງ 2 ປະເທດຈະສືບຕໍສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອປະຕິບັດຂໍ້ຕົກລົງຕາງໆລະຫວ່າງ ການນຳຂັ້ນສູງຂອງ 2 ພັກ, 2 ລັດ ຢ່າງມີປະສິດທິຜົນ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວຂອງ “ປີແຫ່ງຄວາມສາມັກຄີ, ມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ” ເຮັດໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ເລິກເຊິ່ງກ່ວາອີກ.