ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດປີໃໝ່ປີມະເມັຍ 2014

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດປີໃໝ່ປີມະເມັຍ 2014 - ảnh 1
ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ

(vovworld)- ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ປີ​ມະ​ເມັຍ 2014 , ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​​ໃຫ້ການ​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ. ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ແບ່ງປັນ​ກ່ຽວ​ກັບ​ໝາກຜົນ​ທີ່​ບັນລຸ​ມາ​ໄດ້ ​ແລະ ບັນດາ​ວຽກ​ງານ​ທີ່​ຄວນ​ສຸມ​ໃສ່​ປະຕິບັດ​ໃຫ້​ດີ​ໃນ​ໄ​ລຍະ​ສຸດ​ທ້າຍຂອງ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ. ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ເນັ້ນ​ໜັກ​ວ່າ​ສະຖານະ​ການ​ໂລກ, ພ້ອມ​ກັບ​ບັນດາ​ເງື່ອນ​ໄຂ​ສະດວກ, ກໍ​ຍັງ​ມີ​ການ​ຜັນ​ແປ​ທີ່​ສັບສົນ, ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ, ວິ​ກິດ​ການ​ການ​ເງິນ-​ເງິນຕາ ​ແລະ ການ​ຊຸດ​ໂຊມ​ດ້ານ​ເສດ​ຖະກິດ​ທົ່ວ​ໂລກ ​ໄດ້​ສົ່ງ​ຜົນ​ກະທົບ​ທີ່​ບໍ່​ດີ​ເຖິງ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງ​ຫວຽດນາມ. ​ແຕ່​ພັກ ​ແລະ ລັດ​ໄດ້ດັດ​ປັບຢ່າງ​ທັນ​ການ ​ແລະ ຈັດ​ຕັ້ງ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ມາດ​ຕະການ​ນຳ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ບັນລຸ​ໝາກຜົນ​ທີ່​ຕັ້ງໜ້າ. ສິ່ງ​ທີ່​ພົ້ນ​ເດັ່ນຂຶ້ນ​ແມ່ນ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ​ໂດຍ​ພື້ນຖານ, ການ​ເຕີບ​ໂຕ​ໄດ້​ຮັບ​ການ​ຮັກສາ​ຢູ່​​ໃນ​ລະດັບ​ເໝາະ​ສົມ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ການ​ຮັບປະກັນ​ຊີວິດ​ສັງຄົມ ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ.    ປີ 2013, ຍອດ​ຜະລິດ​ຕະພັນ​ພາຍ​ໃນ GDP ​ເພີ່ມ​ຂຶ້ນ 5,42%; ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມຢູ່​ໃນ​ລະດັບ 6,04%; ອັດຕາ​ຄອບຄົວ​ທຸກ​ຍາກ​ຕ່ຳ​ກ່ວາ 8%. ວິວັດ​ການ​ສ້າງ​ໂຄງ​ປະ​ກອບເສດຖະກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ ໄດ້​ຮັບ​ການຍູ້​ແຮງ, ​ໂດຍ​ສະ​ເພາະ​ແມ່ນ ການ​ສ້າງ​ໂຄງ​ປະ​ກອບຂົງ​ເຂດ​ການ​ເງິນ, ທະນາຄານ ​ແລະ ບັນດາ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່.  ບັນ​ຍາດ​ກາດ​ປະຊາທິປະ​ໄຕ​ພາຍໃນ​ພັກ, ​ໃນ​ສັງຄົມ​ໄດ້​ຮັບ​ການ​ເປີດ​ກ້ວາງ ​ແລະ ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ. ວຽກ​ງານ​ການ​ຕ່າງປະ​ເທດ​ໄດ້​ຮັບ​ການ​ຍູ້​ແຮງ​ຢ່າງ​ຮອບດ້ານ. ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ.​ເປັນ​ຄັ້ງ​ທຳ​ອິດທີ່ ຫວຽດນາມ​ກໍ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ;  ໄດ້​ຮັບ​ເລືອກ​ຕັ້ງ​​ເປັນປະທານ​ສະພາ​ຜູ້​ວ່າການ​ອົງການ​ພະລັງງານ​ປະລະມານູ​ສາກົນ, ​ແລະ ​ເປັນ​ສະມາ​ຊິກຄະນະ​ກຳມາ​ທິການ​ມໍລະດົກ​ໂລກ UNESCO ...ທັງ​ນີ້​ກໍ​ເປັນ​ຢັ້ງຢືນທີ່​ຕັ້ງ​ບົດບາດ ​ແລະ ​ອິດ​ທິພົນ​ຊື່​ສຽງທີ່​ນັບ​ມື້​ນັບ​ສູງ​ຂຶ້ນຂອງ​ຫວຽດນາມ​ບົນ​ເວທີ​ສາກົນ. ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້ລາດບັງ​ຫຼວງ, ປະຕິບັດ​ການ​ປະຢັດ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ຢືນຢັນ​ວ່າ ການ​ຕໍ່​ສູ້​ປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້ລາດບັງ​ຫຼວງ ​ແມ່ນ​ວຽກ​ງານ​ຍາວ​ນານ, ຫຍຸ້ງຍາກ,​ສັບສົນ ຊຶ່ງ​ຕ້ອງ​ປະຕິບັດ​ຢ່າງ​ຄົບ​ຊຸດ, ຮອບດ້ານ.... ກ່ຽວ​ກັບ​ວຽກ​ງານ​ທີ່​ຈຳ​ເປັນ​ຕ້ອງ​ປະຕິບັດ​ໃນ 2 ປີ​ທີ່​ຍັງ​ເຫຼືອ​ຂອງ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ. ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ຖື​ວ່າ ບຸລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ຍັງ​ຄົງ​ແມ່ນ​ຮັກສາເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ, ການ​ເຕີບ​ໂຕ​ຄວນຮັບ​ການ​ຮັກສາ​ຢູ່​​ໃນ​ລະດັບ​ເໝາະ​ສົມ, ​ ຄວບ​ຄຸມໄພ​ເງິນ​ເຟີ້​, ​ຮັບປະກັນ​ຊີວິດ​ສັງຄົມ.....ພ້ອມ​ກັນ​ນັ້ນ​, ຄວນ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ​ວັດທະນະທຳ​ສັງຄົມ​ເປັນ​ຢ່າງ​ດີ, ປົວ​ແປງ​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ, ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ສັງຄົມ 
ຂ່າວ/ບົດ​ອື່ນ