ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງຮ່ວານກ໋ຽມ, ໄຕໂຮ່ ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງຮ່ວານກ໋ຽມ, ໄຕໂຮ່ ຮ່າໂນ້ຍ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນດາ​ເມືອງ​ຮ່ວານ​ກ໋ຽມ
(ພາບ: Trí Dũng/TTXVN)

(vovworld) –  ວັນ​ທີ 14/5, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ນະຄອນ ຮ່າ​ໂນ້ຍ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນດາ​ເມືອງ​ຮ່ວານ​ກ໋ຽມ, ​ໄຕ​ໂຮ່ ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ກ່ຽວ​ກັບ​ບັນຫາ​ລົງມະຕິ​ສຳລັບ​ບັນດາ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ, ຫຼື​ໃຫ້​ສັດຕະຍາບັນ, ​ໂດຍ​ລະອຽດ​ແມ່ນ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຈະ​ດຳ​ເນີນ​ການ​ລົງມະຕິ. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ: ສູນ​ກາງ​ຕົກລົງ​ລົງມະຕິ ບໍ່​ພຽງ​ແຕ່​ສຳລັບ​ສະພາ​ແຫ່ງ​ຊາດ​ເທົ່າ​ນັ້ນ, ຫາກ​ສຳລັບ​ບັນດາ​ອົງການ​ພັກ, ອົງການ​ມະຫາຊົນ​ໃນ​ລະບົບ​ການ​ເມືອງ​ອີກ​ດ້ວຍ. ນີ້​ແມ່ນ​ບັນຫາ​ໃຫຍ່, ສະ​ແດງ​ຄວາມ​ຕັດສິນ​ໃຈ​ປ່ຽນ​ໃໝ່, ປະຊາທິປະ​ໄຕ, ​ເພີ່ມ​ທະວີ​ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ, ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ປະຊາຊົນ.

        ກ່ຽວ​ກັບ​ການ​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ເຂດ​ທະ​ເລ​ໝູ່​ເກາະ. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ, ພັກ, ລັດ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ບັນຫາ​ນີ້, ນັບ​ແຕ່​ວຽກ​ງານ​ຫາ​ປາ, ລາຄາ​ນ້ຳມັນ, ​ເຮືອ, ກຳປັ່ນ, ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ກັນຫາ​ປາ, ການ​ຂຸດ​ຄົ້ນ​ຊັບພະຍາກອນ… ຕິດ​ພັນ​ກັບ​ການ​ປະຕິບັດ​ຍຸດ​ທະ​ສາດ​ທະ​ເລ, ການ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ. ປະຊາຊົນ, ຮັກສາ​ສາຍ​ພົວພັນ​ປອງ​ດອງ, ຮັກສາ​ຄວາມ​ໝັ້ນຄົງ​ເພື່ອ​ພັດທະນາ​ປະ​ເທດ​ຊາດ.

        ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ກໍ່​ຮັບ​ຮູ້ ​ແລະ ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ຄົນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ​ໂດຍ​ລະອຽດ​ແມ່ນ​ບັນຫາ​ ​ໂບຊິດ ຢູ່ ​ໄຕ​ງວຽນ, ​ເລື່ອງ​ຕິດຕາມ​ກວດກາ​ການ​ປະກາດ​ໃຊ້​ບັນດາ​ເອກະສານ​ນິຕິ​ກຳ, ຮັບປະກັນ​ລັກສະນະ​ເປັນ​ໄປ​ໄດ້, ຫຼີກ​ເວັ້ນສະພາບ​ປະກາດ​ໃຊ້​ແລ້ວ ​ແຕ່​ປະຕິບັດ​ຍາກ​ໃນສະພາບ​ຕົວ​ຈິງ.

 

ຂ່າວ/ບົດ​ອື່ນ