ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ພົບປະພະນັກງານຂັ້ນສູງກິນເບ້ຍບຳນານ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ພົບປະພະນັກງານຂັ້ນສູງກິນເບ້ຍບຳນານ - ảnh 1
 ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸ໋ຈ້ອງ ກ່າວຄຳເຫັນທີ່​ກອງ​ປະຊຸມ​
( www.vietnamplus.vn/)

( vovworld.vn )   ຕອນ​ເຊົ້າ​ວັນ​ທີ 8 ກຸມພາ, ຢູ່​ສຳນັກງານ​ສູນ​ກາງ​ພັກໄດ້​ຈັດ​ກອງ​ປະຊຸມ​ພົບ​ປະ​​ພະນັກ​ງານຂັ້ນ​ສູງຂອງພັກ ​ແລະ ລັດ ທີ່​ໄດ້​ພັກ​ກິນ​ເບ້ຍ​ບຳນານ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸ໋ຈ້ອງ, ທ່ານ ​ເລ​ຮົ່ງ​ແອ​ງ ຜູ້​ປະຈຳການ​ຄະນະເລຂາ ​​ແລະ ທ່ານ ດິງ​ເທ໋ຮີ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງເປັນ​ປະທານ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ໃນ​ການ​ພົບ​ປະ ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸ໋ຈ້ອງ ​ໄດ້​ສະ​ແດງ​ອາລົມ​ຈິດ, ຄວາມ​ນັບຖື​ຂອງ​ການ​ນຳ​ພັກ​ລັດ ​ແລະ ປະຊາຊົນ​ທີ່​ມີ​ຕໍ່​ລຸ້ນກ່ອນ, ສະ​ແດງ​ໃຫ້​ເຫັນສິນ​ທຳ​ທີ່​ວ່າກິນ​​ເຂົ້າ​ຄິດ​ຮອດ​ຄຸນ​ນາ​ກິນ​ປາ​ຄິດ​ຮອດ​ຄຸນນ້ຳຂອງ​ຊາດ. ​ໃນ​​ໝາກຜົນ​ຕ່າງໆຂອງ​ປະ​ເທດ​ຊາດ​ໃນ​​ປີທີ່ຜ່ານມາ​ ໄດ້​​ມີ​ການປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ບັນດາ​ສະຫາຍອາ​ດິດ​​ແມ່ນ​ການ​ນຳ​ຂັ້ນ​ສູງ. ທ່ານ​ເລຂາທິການ​ໃຫຍ່​ປາດ​ຖະໜ້າ​ວ່າ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປະກອບພູມ​ບັນຍາ, ບົດຮຽນ​ຂອງ​ບັນດາ​ສະຫາຍ​ໃນ​ຫຼາຍ​ດ້ານ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ເຊື້ອ​ໝັ້ນ​ວ່າ, ບັນ​ດາ​ການ​ນຳ​ຂື້ນ​ສູງທີ່​ໄດ້​ພັກ​ກິນ​ເບ້ຍ​ບຳນານຈະ​​​ແມ່ນບ່ອນ​ອີງ​ທີ່​​ໝັ້ນຄົງ​ໃຫ້​ແກ່​ພັກ, ​ເພື່ອ​ໃຫ້​ພວກ​​ເຮົາຮ່ວມ​ຈິດຮ່ວມ​ໃຈ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ກັນ.

        ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງທ່ານ ​ເລ​ຮົ່ງ​ແອ​ງ ​ຜູ້​ປະຈຳການ​ຄະນະ​ເລຂາ ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ຊີ້​ນ​ຳ, ນຳພາ​ຂອງ​ພັກ ​ແລະ ລັດ​​ໃນປີ 2011, ທ່ານ ບຸຍກວາງ​ວິ​ງ ກຳມະ​ການສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ລາຍ​ງານ​ກ່ຽວ​ກັບ​ສະພາບ​ເສດຖະກິດສັງຄົມ​ໃນ ປີ 2011, ທ່ານ ​ໂຮ່ຊວນ​ເຊີນ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ລາຍ​ງານ​ກ່ຽວ​ກັບ​ການ​ເຄື່​ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ ພັກ ​ແລະ ລັດ ປີ​ໃນ 2011, ທ່າ​ນພົນ​ຕີ ​ເຈົນ​ວຽດແອ​ງ ຮອງ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ລາຍ​ງານ​ກ່ຽວ​ກັບ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​​ໄລຍະ​ມໍ່ໆ​ມາ​ນີ້.
ຂ່າວ/ບົດ​ອື່ນ