(vovworld) – ຕອນເຊົ້າວັນທີ 29/08, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ລົງຢ້ຽມຢາມເຂດສະຖານທີ່ປະຫວັດສາດແຫ່ງຊາດພິເສດ ເຕີນຈ່າວ, ເມືອງ ເຊີນເຢືອງ, ແຂວງຕວຽນກວາງ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມຕູບ ນ່າເນື່ອ, ບ່ອນທີ່ປະທານໂຮ່ຈິມິນ ໄດ້ດຳລົງຊີວິດ ແລະ ເຮັດວຽກ ແຕ່ເດືອນ 05 ເຖິງເດືອນ 08/1945, ເພື່ອຊີ້ນຳວຽກງານກະກຽມໃຫ້ແກ່ການລຸກຮື້ຂຶ້ນໃນທົ່ວປະເທດ ແລະ ຊີ້ນຳການລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງໃນທົ່ວປະເທດ, ສ້າງເປັນປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ.
ຕໍ່ຈາກນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມສາລາ ເຕີນຈ່າວ, ເຊິ່ງເປັນສະຖານທີ່ສະພາແຫ່ງຊາດ ຈັດກອງປະຊຸມໃນວັນທີ 16 – 17/08/1945, ຮັບຮອງເອົາຄຳສັ່ງລຸກຮື້ຂຶ້ນໃນທົ່ວປະເທດ ແລະ ດຳເນີນການປະຕິວັດເດືອນ 8 ກໍ່ຄື 10 ນະໂຍບາຍໃຫຍ່ຂອງ ຫວຽດມິງ, ແຕ່ງຕັ້ງຄະນະກຳມະການຊົນເຜົ່າປົກປ່ອຍຫວຽດນາມ ໝາຍຄວາມວ່າລັດຖະບານຊົ່ວຄາວໂດຍທ່ານໂຮ່ຈິມິນ ເປັນປະທານ.
ຢູ່ບ້ານເຕີນເລີບ, ຕາແສງເຕີນຈ່າວ, ທ່ານເລຂາທິການໃຫຍ່ ກໍ່ໄດ້ໄປຢ້ຽມຢາມເຮືອນຂອງລຸງ ຫງວຽນຕ໋ຽນຊື້, ເຊິ່ງເປັນສະຖານທີ່ທີ່ປະທານໂຮ່ຈິມິນ ດຳລົງຊີວິດ ແລະ ເຮັດວຽກແຕ່ວັນທີ 21/05 ຫາທ້າຍເດືອນ 05/1945 ເມື່ອຫາກໍ່ມາຕາແສງເຕີນຈ່າວ; ຢ້ຽມຢາມເຮືອນລຸງ ຮ່ວາງຈູງເຍີນ, ເປັນສະຖານທີ່ເຊິ່ງພົນເອກຫວໍງວຽນຢ໋າບ ດຳລົງຊີວິດ ແລະ ເຮັດວຽກແຕ່ທ້າຍເດືອນ 05 ຮອດເດືອນ 08/1945.
ໃນການເຮັດວຽກກັບຄະນະພັກເມືອງເຊີນເຢືອງ ແລະ ຕາແສງເຕີນຈ່າວ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຖືວ່າ ເຊີນເຢືອງ ຕ້ອງຂຸດຄົ້ນ ທ່າແຮງດ້ານຄົມມະນາຄົມທີ່ສະດວກ, ມີແງ່ຫວັງຫຼາຍຢ່າງ ແລະ ເງື່ອນໄຂພັດທະນາຮອບດ້ານ ນັບທັງກະສິກຳ, ປາໄມ້, ການທ່ອງທ່ຽວ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມບໍລິສັດຫຸ້ນສ່ວນເຈ້ຍ ອານຮ່ວາ, ເມືອງເຊີນເຢືອງ, ແຂວງຕວຽນກວາງ.