ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢ້ຽມຢາມກຳປູເຈຍ

ໂດຍ​ຮັບ​ຄຳ​ເຊີນ​ຂອງ​ພະ​ມະຫາ​ກະສັດ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ ​ໂນ​ໂຣດົມ ສີ​ຫາ​ໂມ​ນີ, ຕອນ​ເຊົ້າ​ວັນ​ທີ 6/12 ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ເດີນທາງ​ເຖິງ​ນະຄອນຫລວງ ພະນົມ​ເປັນ ຢ້ຽມຢາມ​ສັນຖະວະ​ໄມຕີທາງ​ລັດຖະກິດ​ເຖິງ​ລາຊະ​ອານາຈັກກຳ​ປູ​ເຈຍ​. ພິທີ​ຕ້ອນຮັບ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ລາຊະ​ວັງ. ພາຍຫລັງ​ພິທີ​ຕ້ອນຮັບ, ພະ​ມະຫາ​ກະສັດ ​ ໂນ​ໂຣດົມ ສີ​ຫາ​ໂມ​ນີ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ. ທີ່​ການ​ເຈລະຈາ, ພະ​ມະຫາ​ກະສັດ ​ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ອວຍພອນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ, ມີ​ຄວາມ​ໝາຍ​ປະຫວັດສາດ ຊຶ່ງ​ປະຊາຊົນ​ຫວຽດນາມ​ຍາດ​ມາ​ໄດ້​ໃນ​ກິດຈະການປ່ຽນ​ແປງ​ໃຫມ່​, ສ້າງສາ​ປະ​ເທດ​ຊາດ ​ແລະ ​ເປີດ​ກວ້າງການ​ຮ່ວມ​ມື​ສາກົນ. ພະ​ມະຫາ​ກະສັດ ​ໂນ​ໂຣດົມ ສີ​ຫາ​ໂມ​ນີ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​​ໃຈ​ຢ່າງ​ເລິກ​ເຊິ່ງທີ່​ມີ​ຕໍ່​ການ​ສະຫນັບສະຫນູນ ​ແລະ ການ​ຊ່ວຍ​ເຫລືອ​ອັນ​ລ້ຳ​ຄ່າ ຊຶ່ງ​ພັກ​ກອມ​ມູນິດ​ຫວຽດນາມ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ສະຫງວນ​ໃຫ້​ແກ່​ປະຊາຊົນ​ກຳປູ​ເຈຍ​ໃນ​ພາລະກິດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ຟື້ນ​ຟູ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ແນວທາງ​ການ​ຕ່າງປະ​ເທດສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ບູລິ​ມະ​ສິດ​ຕົ້ນຕໍ​ໃຫ້​ແກ່​ການ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ບ້າ​ນ​ໃກ້​ເຮືອນ​ຄຽງ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ,​ການ​ຮ່ວມ​ມື​ຮອບດ້ານ,​ ໝັ້ນຄົງ​ຍາວ​ນານ ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ​ເພື່ອ​ເອກະລາດ, ​ເສ​ລິ​ພາບ ​ແລະ ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ສູງ ສຳ​ເດັດ ​ເຈຍ​ຊີມ, ພົບ​ປະ​ກັບ​ນາຍົກລັດຖະມົນຕີ ກຳປູ​ເຈຍ ສຳ​ເດັດ ຮູ​ນ​ແຊນ ​ແລະ ພົບ​ປະ​ກັບ​ຜູ້​ຮັກສາ​ການ​ປະທານ​ສະພາ​ແຫ່ງ​ຊາດ ມູນ​ແຍນ.

ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ ກຳປູ​ເຈຍ ລາຍ​ງານ​ວ່າ: ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ກຳປູ​ເຈຍ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ, ຫນັງສືພິມລາຍ​ວັນ​​ໃຫຍ່ສຸດ​ຢູ່ ກຳປູ​ເຈຍ ສະບັບ​ອອກ​ໃນ​ວັນ​ທີ 6/12 ​ໄດ້​ລົງ​ພິມ​​ໃນ​ຫນ້າ​ທຳ​ອິດບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ ສອງ​ປະ​ເທດ ກຳປູ​ເຈຍ ​ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ