ຕອນເຊົ້າວັນທີ 18/1, ທ່ານເລຂາທິການໃຫຍ່ພັກກອມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ເຂົ້າຮ່ວມການພົບປະ ແລະ ອວນພອນປີໃໝ່ ພະນັກງານ, ພາລະກອນຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງໄດ້ຕີລາຄາສູງທີ່ຕັ້ງບົດບາດ ແລະ ໝາກຜົນທີ່ຫ້ອງວ່າການສູນກາງພັກບັນລຸໄດ້ໃນວຽກງານ, ເສນາທິການຊ່ວວຽກໃຫ້ແກ່ຄະນະເລຂາສູນກາງພັກ, ກົມການເມືອງ, ຄະນະເລຂາ, ສູນກາງພັກປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານລວມຂອງປະເທດຊາດ.
ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ນັກຂ່າວ, ບັນນາທິການ ສຳນັກຂ່າວສານຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ: ສຳນັກຂ່າວສານຫວຽດນາມຄວນປ່ຽນໃໝ່ກ່ຽວກັບເນື້ອໃນ ແລະ ຮູບການ ຢ່າງບໍ່ຢຸດຢັ້ງ, ສົມເປັນອົງການມ່ວນຊົນແຖວໜ້າຂອງຫວຽດນາມ. ທ່ານກ່າວວ່າ:
“ປ່ຽນໃໝ່ແມ່ນບັນຫາເປັນຕາຍ, ແມ່ນກົດເກນຄົງຕົວ, ພັດທະນາ. ແຕ່ການປ່ຽນໃໝ່ຕ້ອງເປັນປົກກະຕິ, ພັດທະນາ ແລະ ບົນຫຼັການສື່ມ່ວນຊົນແມ່ນແນວຮົບແຫ່ງການຕໍ່ສູ້ປະຕິວັດຂອງພັກ ແລະ ລັດ. ສຳນັກຂ່າວສານຫວຽດນາມແມ່ນອົງການຖະແຫຼງຂ່າວຍຸດທະສາດ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ. ສື່ມ່ວນຊົນແມ່ນເຫຼົ່າທັບໃນແນວຮົບແນວຄິດ, ແມ່ນອາວຸດທີ່ແຫຼມຄົມຂອງການຕໍ່ສູ້ຊົນຊາດ, ຕໍ່ສູ້ຊົນຊັ້ນພາຍໃຕ້ການນຳພາຂອງພັກ.”
ກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປອວຍພອນປີໃໝ່ນັກດົນຕີ ຟ້າມດວຽນ, ສາດສະດາຈານ ຮ່ວາງຕຸຍ ແລະ ນັກກະວີ ຮືວຖິງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ: ສາດສະດາຈານ, ນັກປະພັນ, ນັກກະວີ ໃນປີໃໝ່ຈະມີບົດປະພັນໃໝ່, ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ.