(vovworld) - ຕອນເຊົ້າວັນທີ 08/01, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານໂຄສະນາສຶກສາທົ່ວປະເທດປີ 2012, ຜັນຂະຫຍາຍໜ້າທີ່ປີ 2013. ປີ 2012, ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນມີການຜັນແປສັບສົນຫຼາຍຢ່າງ, ເສດຖະກິດຖືກຊຸດໂຊມ, ວິກິດການດ້ານການເງິນຖືກແກ່ຍາວຢູ່ຫຼາຍປະເທດກໍ່ຕາມ, ແຕ່ສະພາບການເມືອງ, ສັງຄົມພາຍໃນປະເທດຍັງຄົງໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັບການເພີ່ມທະວີ, ລະບົບການເມືອງສືບຕໍ່ໄດ້ຮັບການປັນປຸງ. ຂະແໜງໂຄສະນາສຶກສາທົ່ວປະເທດໄດ້ຕັ້ງໜ້າ, ເປັນເຈົ້າການໃນການເປັນເສນາທິການໃຫ້ກົມການເມືອງ, ຄະນະເລຂາ, ບັນດາຄະນະປະຈຳ, ຄະນະກຳມະການພັກທຸກຂັ້ນ ຍົກສູງຄວາມສາມາດ, ປະສິດທິຜົນການນຳພາຂອງພັກທີ່ມີຕໍ່ວຽກງານແນວຄິດ, ທິດສະດີ, ໂຄສະນາ, ສື່ມວນຊົນ....
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸ໋ຈ້ອງ ໄດ້ຕີລາຄາສູງການປະກອບສ່ວນຂອງຂະແໜງໂຄສະນາສຶກສາໃນວຽກງານກໍ່ສ້າງພັກ ແລະ ປະຕິບັດບັນດາໜ້າທີ່ການເມືອງຂອງປະເທດຊາດ. ທ່ານເລຂາທິການໃຫຍ່ ໄດ້ເອົາໃຈໃສ່ວ່າ ໃນປີ 2013, ຂະແໜງໂຄສະນາສຶກສາ ຕ້ອງກຳແໜ້ນ ແລະ ກຳນົດທີ່ຕັ້ງບົດບາດຂອງຕົນ ເພື່ອພ້ອມກັບທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນໃນທົ່ວປະເທດ ປະກອບສ່ວນປະຕິບັດບັນດາໜ້າທີ່ເສດຖະກິດ, ສັງຄົມ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັກສາຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ, ຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມໃນສັງຄົມ; ຕໍ່ສູ້ຕ້ານຖ້ອຍທຳນອງທີຜິດພາດຂອງອິດທິກຳລັງທີ່ເປັນປໍລະປັກ. ທ່ານເນັ້ນໜັກວ່າ:
”ຂະແໜງໂຄສະນາຕ້ອງອີງໃສ່ໜ້າທີ່ການເມືອງ, ກຳໄດ້ແນວຄິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນວັນນະ . ຜັນຂະຫຍາຍການເຄື່ອນໄຫວຢ່າງຄົບຊຸດ, ດ້ວຍຄຸນນະພາບ, ປະສິດທິຜົນສູງກວ່າ, ແລະ ດ້ວຍຫຼາຍຮູບການ, ແບບວິທີໃໝ່ທີ່ເໝາະສົມ. ຕ້ອງປ່ຽນໃໝ່ວຽກງານແນວຄິດ, ໂຄສະນາ ເປັນປະຈຳ ໂດຍຜ່ານຫຼາຍຮູບການສື່ສານ. ພິເສດແມ່ນຖືເປັນສຳຄັນວຽກງານສຶກສາທິດສະດີການເມືອງ, ວຽກງານໂຄສະນາແບບປາກຕໍ່ປາກ, ເພີ່ມທະວີການໂອ້ລົມສົນທະນາ, ນຳໃຊ້ຜູ້ຊ່ຽວຊານ, ບັນດານັກວິທະຍາສາດ. ຕ້ອງຕໍ່ສູ້ເພື່ອຄັດຄ້ານບັນດາຂ່າວທີ່ຜິດພາດ, ຂ່າວບໍ່ດີໃນເຄືອຂ່າຍອິນເຕີແນດ”