ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຈລະຈາກັບທ່ານປະທານາທິບໍດີລັດເຊຍ V.Putin
ວູ້ຢຸຍ, ນັກຂ່າວ VOV -  
(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະກັບ
ທ່ານນາງປະທານສະພາສູງລັດເຊຍ V.Matviyenko)
(vovworld) – ວັນທີ 25/11, ການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານປະທານານາທິບໍດີລັດເຊຍ Vladimir Putin ຖືກດຳເນີນໄປໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 24/11, ທີ່ການພົບກັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ທ່ານນາງປະທານສະພາສູງລັດເຊຍ V.Matviyenko ແລະ ທ່ານຜູ້ຮັກສາການປະທານສະພາຕໍ່າ I.Melnikov ຢືນຢັນວ່າ, ບັນດາພັກຝ່າຍໃນສະພາແຫ່ງຊາດລັດເຊຍ ລ້ວນແຕ່ເຫັນດີສະໜັບສະໜູນການພົວພັນມິດຕະພາບ, ຮ່ວມມືຮອບດ້ານກັບຫວຽດນາມ. ເລື່ອງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ ແມ່ນແຜນນະໂຍບາຍຍຸດທະສາດຂອງສະຫະພັນລັດເຊຍ. ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສະພາແຫ່ງຊາດສະຫະພັນລັດເຊຍ ຖືວ່າ, ບັນດາການຂັດແຍ້ງກັນຢູ່ພາກພື້ນອາຊີ - ປາຊີຟິກ ຕ້ອງໄດ້ຮັບການແກ້ໄຂດ້ວຍບັນດາມາດຕະການສັນຕິພາບ, ບົນພື້ນຖານກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ການນຳ 2 ສະພາສູງ ແລະ ສະພາຕຳ່ຂອງລັດເຊຍ ໄດ້ເຫັນດີນຳກັນວ່າ 2 ປະເທດຈະຫັນເປັນລະອຽດບັນດາຂໍ້ຕົກລົງຮ່ວມມືຜ່ານແຜນການເຄື່ອນໄຫວລະຫວ່າງບັນດາກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບໂດຍໄວ; ສະໜັບສະໜູນການຊຸກຍູ້ເພື່ອສິ້ນສຸດການເຈລະຈາ ແລະ ລົງນາມສັນຍາການຄ້າເສລີລະຫວ່າງພັນທະມິດພາສີກັບຫວຽດນາມ ໂດຍໄວ. ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມຮໍ່າຮຽນ, ດຳລົງຊີວິດ ແລະ ເຮັດວຽກຢູ່ສະຫະພັນລັດເຊຍ ໃຫ້ນັບມື້ນັບໝັ້ນຄົງ…
ແລະກໍ່ໃນວັນທີ 24/11, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມກຸ່ມບໍລິສັດ Zarubezhneft, ເປັນໜຶ່ງໃນບັນດາກຸ່ມບໍລິສັດນຳມັນອາຍແກັດອັນດັບໜຶ່ງຂອງລັດເຊຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ສົ່ງເສີມ, ສະໜັບສະໜູນກຸ່ມບໍລິສັດເປີດກວ້າງຂອບຂະໜາດການເຄື່ອນໄຫວຢູ່ຫວຽດນາມ.
ວູ້ຢຸຍ, ນັກຂ່າວ VOV