(vovworld) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງ ອີຕາລີ, ວັນທີ 21/01, ໄດ້ດຳເນີນພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຢູ່ທຳນຽບປະທານາທິບໍດີຢ່າງເປັນທາງການພາຍໃຕ້ເປັນປະທານຂອງທ່ານປະທານາທິບໍດີອີຕາລີ Giorgio Napolitano. ຕາມລາຍການແລ້ວ, ຄາດວ່າພາຍຫຼັງພິທີ່ຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຈະມີການເຈລະຈາກັບທ່ານປະທານາທິບໍດີ Giorgio Napolitano; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ Mario Monti.
ກ່ອນໜ້ານັ້ນ, ພາຍຫຼັງເດີນທາງໄປເຖິງ Rome, ໃນຕອນຄໍ່າວັນທີ 20/01, ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ອີຕາລີ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມອາໄສຢູ່ອີຕາລີ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ໄດ້ຕີລາຄາສູງການເຄື່ອນໄຫວທີ່ຕັ້ງໜ້າຂອງສະຖານທູດຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ອີຕາລີ ໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ - ອີຕາລີ ໃຫ້ນັບມື້ນັບພັດທະນາ. ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຊີ້ແຈ້ງຄວາມໝາຍຂອງການຢ້ຽມຢາມເຖິງບັນດາປະເທດຢູ່ພາກພື້ນເອີລົບຕາເວັນຕົກ ແລະ ສະຫະພາບເອີລົບ, ໃນນັ້ນມີອີຕາລີ, ຜ່ານນັ້ນຊີ້ໃຫ້ເຫັນບົດບາດທີ່ຕັ້ງຂອງຫວຽດນາມ ໃນບັນດາການພົວພັນກັບສາກົນ. ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ກໍໄດ້ແລກປ່ຽນກັບປະຊາຊົນຊາວຫວຽດນາມ ອາໄສຢູ່ອີຕາລີກ່ຽວກັບການປະຕິບັດມະຕິສູນກາງພັກຄັ້ງທີ 4 (ຊຸດທີ 11) ກ່ຽວກັບນະໂຍບາຍຂອງພັກ, ລັດຫວຽດນາມ ຕໍ່ບັນດາບັນຫາທີ່ຮີບດ່ວນໃນການກໍ່ສ້າງພັກປະຈຸບັນ, ເລື່ອງລັດຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບເມືອບ້ານເກີດເມືອງນອນດຳລົງຊີວິດ, ຊື້ເຮືອນຢູ່, ບັນດາຜູ້ມີອາຍູ້ສູງໄດ້ກັບເມືອດຳລົງຊີວິດຢູ່ພາຍໃນປະເທດ.
“ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ ພວກເຮົາຈະສືບຕໍ່ເສີມຂະຫຍາຍມູນເຊື້ອອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ຍາມໃດກໍມຸ່ງໄປສູ່ບ້ານເກີດເມືອງນອນ, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອສຳເລັດໜ້າທີ່ໃນຖານະຕຳແໜ່ງຂອງຕົນເປັນຢ່າງດີ. ຂ້າພະເຈົ້າຊົມເຊີຍຂໍ້ລິເລີມຂອງບາງຄົນທີ່ວ່າ ປະຊາຄົມຊາວຫວຽດນາມ ໄດ້ເຂົ້າຮ່ວມວຽກງານຂອງສະຖານທູດ. ສະຖານທູດເປີດກວ້າງເຄືອຂ່າຍ ເພື່ອໃຫ້ຊາວຫວຽດນາມ ຜູ້ໃດກໍເປັນທູດ, ຫາກພຽງແຕ່ມີ 10 ກວ່າຄົນທີ່ເຮັດວຽກງານການທູດຄືແນວນັ້ນຈະແມ່ນເລື່ອງທີ່ຫຍຸ້ງຍາກ. ຂ້າພະເຈົ້າມີຄວາມປາກພູມໃຈເມື່ອໄດ້ຮັບຟັງບົດລາຍງານ, ຂ້າພະເຈົ້າຢາກຕັກເຕື່ອນພຽງ ຄຳດຽວເທົ່ານັ້ນ, ນັ້ນແມ່ນ ໄປໃສ, ເຮັດວຽກຫຍັງກໍຕ້ອງເອກອ້າງທະນົງໃຈວ່າ: ເຮົາແມ່ນຄົນຫວຽດນາມ”.