ທ່ານເລຂາທິການໃຫຍ່ ຫງວຽນຟຸ້ຈ້ອງເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນຂະແໜງຍຸດຕິທຳ
ທ່ານເລຂາທິການໃຫຍ່ພັກກອມມູນິດ ຫງວຽນຟຸ້ຈ້ອງກ່າວຄຳເຫັນທີ່
ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງຂະແໜງຍຸດຕິທຳ |
(vovworld)-ຕອນບ່າຍວັນທີ 24/8, ຢູ່ຮ່າໂນ້ຍ, ກະຊວງຍຸດຕິທຳຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງຂະແໜງຍຸດຕິທຳ (28/8/1945-28/8/2015) ແລະຕ້ອນຮັບຫຼຽນໄຊເອກະລາດຊັ້ນ 1. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫງວຽນຟຸ້ຈ້ອງ ໄດ້ຊົມເຊີຍບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງຂະແໜງຍຸດຕິທຳຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟຸ້ຈ້ອງ ເນັ້ນໜັກວ່າ :
“ ຕ້ອງຖືເປັນສຳຄັນການຈັດຕັ້ງປະຕິບັດກົດໝາຍ. ຢາກໄດ້ເຊັ່ນນັ້ນ, ຕກໍຕ້ອງຍົກສູງປະສິດທິຜົນການໂຄສະນາ, ສຶກສາອົບຮົມ, ເຜີຍແຜ່ກົດໝາຍ ແລະ ຖືວ່າ ນີ້ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງວຽກງານສຶກສາອົບຮົມການເມືອງແນວຄິດ, ແມ່ນໜ້າທີ່ຂອງຂະແໜງການຂັ້ນຕ່າງໆຂອງທັງລະບົບການເມືອງ, ດ້ວຍຈຸດໝາຍສຸດທ້າຍແມ່ນໜູນຊ່ວຍ ແລະ ສ້າງເງື່ອນໄຂເພື່ອໃຫ້ທຸກໆຄົນ, ອົງການຈັດຕັ້ງປະຕິບັດຕາມກ ົດໝາຍ ”