ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງເຮັດວຽກ ກັບສະພາທິດສະດີ ສູນກາງ


 ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງເຮັດວຽກ ກັບສະພາທິດສະດີ ສູນກາງ - ảnh 1

(ພາບ: http://baodientu.chinhphu.vn)

(vovworld)- ​ ຕອນ​ເຊົ້າວັນ​ທີ 27/12, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ເປັນ​ປະທານ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ສະພາ​ທິດ​ສະ​ດີ​ສູນ​ກາງກ່ຽວ​ກັບ​ໝາກຜົນ​ການ​ປະຕິບັດ​ວຽກ​ງານ​ປີ 2014 ​ແລະ ທິດ​ທາງ, ໜ້າ​ທີ່​ປະຕິບັດ​ງານ​ປີ 2015. ​ໃນ​ປີ 2014, ສະພາ​ທິດ​ສະ​ດີ​ສູນ​ກາງ​ໄດ້​ປະຕິບັດ​ສຳ​ເລັດ​ບັນດາ​ໜ້າ​ທີ່​ຄື: ສະຫລຸບ​ບາງ​ບັນຫາ​ທິດ​ສະ​ດີ, ພຶດຕິ​ກຳ​ຕົວ​ຈິງ​ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ຮ່າງ​ບັນດາ​ເອກະສານ​ກອງ​ປະຊຸມ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ​ທົ່ວ​ປະ​ເທດ​ຄັ້ງທີ 12; ສືບ​ຕໍ່​ຍູ້​ແຮງ​ການຈັດຕັ້ງຄົ້ນຄ້ວາ​ໂຄງ​ການ​ຈຸດ​ສຸມ​ລະດັບ​ລັດ “ຄົ້ນຄ້ວາ​ວິທະຍາສາດ​ທິດ​ສະ​ດີກາ​ນ​ເມືອງ​ໄລຍະ 2011-2015“…. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ສະ​ເໜີ​ໃຫ້ຄະນະ​ປະຈຳ​ສະພາ​ທິດ​ສະ​ດີ​ສູນ​ກາງ ຈົ່ງ​ສືບ​ຕໍ່​ປະຕິບັດ​ໂຄງການ​ປະຕິບັດ​ງານ​ປີ 2015 ສຳ​ເລັດ​ເປັນ​ຢ່າງ​ດີ, ​ໃນ​ນັ້ນຕິດ​ພັນ​ກັບ​ໜ້າ​ທີ່​ຈຸດ​ສຸມ​ແມ່ນ​ຮັບ​ໃຊ້​ການ​ສ້າງ​ເອກະສານ​ກອງ​ປະຊຸມ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 12 ​ເປັນສົ​ມບູນ​ແບບ./.

ຂ່າວ/ບົດ​ອື່ນ