ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມມອບຫລຽນກາ 70 ປີເປັນສະມາຊິກພັກໃຫ້ແກ່ທ່ານເລຂາຟຽວ ອະດິດເລຂາທິການໃຫຍ່

(VOVWORLD) -ຕອນເຊົ້າວັນທີ 25 ສິງຫາ ຢູ່ຮ່າໂນ້ຍ ອົງຄະນະພັກຫ້ອງການກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບຫລຽນກາ 70 ປີເປັນສະມາຊິກພັກໃຫ້ແກ່ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ອະດີດຫົວຫນ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເລຂາຄະນະພັກການທະຫານສູນກາງ ໄດ້ເຂົ້າຮ່ວມ ແລະ ມອບຫລຽນກາ ໃຫ້ແກ່ທ່ານເລຂາຟຽວ.

ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມມອບຫລຽນກາ 70 ປີເປັນສະມາຊິກພັກໃຫ້ແກ່ທ່ານເລຂາຟຽວ ອະດິດເລຂາທິການໃຫຍ່ - ảnh 1

ຕາງຫນ້າໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ເນັ້ນຫນັກວ່າ: ທ່ານເລຂາຟຽວ ແມ່ນພະນັກງານ ໄດ້ດຳລົງຫລາຍຕຳແຫນ່ງທີ່ແຕກຕ່າງກັນ, ໄດ້ຮັບການຝຶກຝົນຫລໍ່ຫລອມ, ເຕີບໃຫຍ່ໃນບັນດາການຕໍ່ສູ້ປົດປ່ອຍຊາດ ແລະ  ປະຕິບັດພັນທະສາກົນອັນສູງສົ່ງ ກໍ່ຄືໃນກິດຈະການປ່ຽນແປງໃຫມ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ເຖິງແມ່ນວ່າ ໃນຖານະຕຳແຫນ່ງໃດກໍຕາມ ທ່ານ ເລຂາຟຽວ ຍາມໃດກໍ່ຈົ່ງຮັກພັກດີຕໍ່ກັບພັກ, ຕໍ່ກັບປະເທດຊາດ ແລະ ປະຊາຊົນ, ຢືດໝັ້ນຈຸດໝາຍ, ອຸດົມຄະຕີຂອງພັກ, ເປັນແບບຢ່າງໃນການຮັກສາຄຸນນະທາດການປະຕິວັດຂອງຜູ້ເປັນສະມາຊິກພັກ, ສຳເລັດທຸກຫນ້າທີ່ວຽກງານທີ່ໄດ້ຮັບການມອບໝາຍເປັນຢ່າງດີ.

ກ່າວຄຳເຫັນນະພິທີ ທ່ານ ເລຂາຟຽວ ສະແດງຄວາມຕື້ນຕັນໃຈ ແລະຄວາມເປັນກຽດ, ຄວາມເອກອ້າງທະນົງໃຈເມື່ອໄດ້ຮັບຫລຽນກາ ແລະ ໝັ້ນໝາຍສືບຕໍ່ອຸທິດສ່ວນຫລາຍກວ່າອີກໃຫ້ແກ່ພາລະກິດປະຕິວັດຂອງພັກ, ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ