ທ່ານເລຂາທິການໃຫຍ່ສປຊ ມີຄວາມວິຕົກກັງວົນວ່າ ບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດຂອງໂລກຈະຖືກຖອຍຫຼັງ

(VOVWORLD) - ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງຍູ້ແຮງການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ
ທ່ານເລຂາທິການໃຫຍ່ສປຊ ມີຄວາມວິຕົກກັງວົນວ່າ ບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດຂອງໂລກຈະຖືກຖອຍຫຼັງ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 16 ມິຖຸນາ, ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ສຳນັກງານສະຫະປະຊາຊາດ, ທີ່ນະຄອນ ນິວຢອກ, ປະເທດ ອາເມລິກາ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງຍູ້ແຮງການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ເລື່ອງ ໂລກພວມເດີນໄປຜິດເຂວ ແລະ ຖອຍຫຼັງໃນເລື່ອງບັນລຸໄດ້ບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດ. ທ່ານກໍ່ສະແດງຄວາມວິຕົກກັງວົນຕໍ່ຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກໃນປະຈຸບັນ ແລະ ຖືວ່າ ໂຄງການດຳເນີນງານກ່ຽວກັບດິນຟ້າອາກາດພວມຖືກຖືເບົ່າ. ຕໍ່ໜ້າສະພາບການນັ້ນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ເນັ້ນໜັກວ່າ, ຮອດເວລາແລ້ວຕ້ອງມີບັນດາການກະທຳຢ່າງແຮງກວ່າ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ ໂດຍອີງໃສ່ຄວາມຍຸຕິທຳດ້ານດິນຟ້າອາກາດ ແລະ ຍູ້ໄວວິວັດການຫັນປ່ຽນເສດຖະກິດຕາມທິດເປັນສີຂຽວ, ເປັນມິດກັບສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ