ທ່ານເລຂາທິການໃຫຍ່ສປຊBanKiMoonຮຽກຮ້ອງຍົກສູງບົດບາດຂອງຄອບຄົວ

ທ່ານເລຂາທິການໃຫຍ່ສປຊBanKiMoonຮຽກຮ້ອງຍົກສູງບົດບາດຂອງຄອບຄົວ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon

(vovworld) –  ​ໃນ​ສານ​ເນື່ອງ​ໃນ​ໂອກາດ​ວັນ​ຄອບຄົວ​ສາກົນ (15/5), ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ຮຽກ​ຮ້ອງ​ໃຫ້​ລັດຖະບານ​ບັນດາ​ປະ​ເທດ​ຕັດສິນ​ໃຈ​ເຄື່ອນ​ໄຫວ​ເພື່ອ​ການ​ພັດທະນາ​​ແບບ​ຍືນ​ຍົງ​ດ້ວຍ​ວິທີ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ສະມາຊິກ​ໃນ​ຄອບຄົວ​ແຕ່ລະ​ຄົນ, ບໍ່​ວ່າ​ໃນ​ເກນ​ອາຍຸ​ໃດ, ກໍ່​ອາດ​ຮັບ​ຮູ້​: ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕົນ​ເອງ​ໄດ້ ​ແລະ ສວມ​ບົດບາດ​ໃດ​ໜຶ່ງ​ໃນ​ໂລກ. ທ່າ​ນ​ເລຂາທິການ​ໃຫຍ່ Ban Ki Moon ຮຽກຮ້ອງ​ໃຫ້​ບັນດາ​ລັດຖະບານ, ບັນດາ​ວິ​ສາ​ຫະກິດ, ບັນດາ​ອົງ​ການ ​ແລະ ບັນດາ​ຄູ່​ຮ່ວມ​ມື​ອື່ນ ພ້ອມ​ກັນ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ, ວາງ​ອອກ​ບັນດາ​ນະ​ໂຍບາຍ ​ແລະ ກົດໝາຍ​ເພື່ອ​ສ້າງ​ສະພາບ​ແວດລ້ອມ​ຂອງ​ຄອບຄົວ​​ໃຫ້ມີ​ຜົນ​ປະ​ໂຫຍ​ດຕໍ່​ການ​ພັດທະນາ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ເປັນພໍ່​​ແມ່​ປະຕິບັດຄວາມ​ຮັບຜິດຊອບ​​ໃນ​ການລ​້ຽງດູ ​ແລະ ສິດສອນ​ລູກ​ເຕົ້າ​ຂອງ​ຕົນ.


ຂ່າວ/ບົດ​ອື່ນ