ທ່ານເລຂາທິການໃຫຍ່ສປຊຕີລາຄາສູງຜົນງານພັດທະນາຮອບດ້ານຂອງຫວຽດນາມ

ທ່ານເລຂາທິການໃຫຍ່ສປຊຕີລາຄາສູງຜົນງານພັດທະນາຮອບດ້ານຂອງຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki-moon ແລະ ທ່ານ​ນາງ ຫງວຽນ​ເຟືອງ​ງາ
(ພາບ: Lê Dương/TTXVN)

 (vovworld) ​​- ວັນ​ທີ 5/11, ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ​ທ່ານນາງ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​, ຜູ້​ຕາງໜ້າ​ປະຈຳການ​ຫວຽດນາມ ປະຈຳ​ສປຊ ຫງວຽນ​ເຟືອງ​ງາ ​ໄດ້​ເຂົ້າ​ຍື່ນ​​ຈົດໝາຍ​​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ້ນຊາງ. ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki-moon ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່ໜ້າ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ສປຊ ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ​ໃນ​ນັ້ນ​ມີ​ການຜັນຂະຫຍາຍ​ຂໍ້​ລິ້​ເລີ່​ມ​ເປີດສຳນັກງານ​ຜູ້​ຕາງໜ້າ​ຂອງ​ສປຊ ປະຈຳ​ຫວຽດ ນາມ. ທ່ານ​ເລຂາທິການ​ໃຫຍ່ Ban Ki-moon ​ໄດ້​ຊົມ​ເຊີຍ​ການ​ປະກອບສ່ວນ​​ຕັ້ງໜ້າ​ ​ແລະ ຂອບອົກ​ຂອບ​ໃຈການ​ສະໜັບສະໜູນ​ຂອງ​ຫວຽດນາມສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສປຊ ຜ່ານ​ການ​ປະກອບສ່ວນ​ທີ່​ຕັ້ງໜ້າເຂົ້າ​ວິວັດ​ການປະຕິບັດ​ບັນ ດາ​ຈຸດໝາຍ​ການ​ພັດທະນາ​ສະຫັດ​ສະວັດ (MDGs) , ສ້າງບັນດາ​​ເປົ້າໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ​ພາຍຫຼັງ​ປີ 2015 (SGD) ​ແລະ ​ເຂົ້າ​ຮ່ວມ​ກຳລັງ​​ຮັກສາ​ສັນຕິພາບ​ຂອງ​ສປຊ.

            ທ່ານ​ນາງເອກ​ອັກຄະ​ລັດຖະທູດຫງວຽນ​ເຟືອງ​ງາ ຢັ້ງຢືນ​ວ່າ: ຫວຽດນາມ ​ເຄົາລົບນັບຖື​ ​ແລະ ຮູ້​ບຸນ​ຄຸນຕໍ່​ການ​ໜູນ​ຊ່ວຍ​ຂອງ​ສປຊສຳລັບ​ຫວຽດນາມ​ໃນ​ບັນດາ​ຂົງ​ເຂດ​ການ​ພັດທະນາ​ເສດຖະກິດ, ສັງຄົມ ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຈະ​ສືບ​ຕໍ່​ການ​ປະຕິບັດ​ແນ​ວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ, ສັນຕິພາບ ​ເພື່ອ​ການ​ຮ່ວມ​ມື ​ແລະ ພັດທະນາ, ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ; ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ​ນັ້ນ​ການ​ພົວພັນ​ທາງ​ການ​ທູດ​ຫຼາຍ​ຝ່າຍ ​ແລະ ການ​ພົວພັນ​ກັບສປຊ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ອັນ​ດັບ​ໜຶ່ງ. ​ໃນ​ໄລຍະ​ຈະ​ມາ​ເຖິງ​ຫວຽດນາມ​ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ, ​ໂຄງການ​ເຄື່ອນ​ໄຫວ​ຂອງ​ສປຊ ​ເພື່ອ​ການ​ປະຕິບັດ​ບັນດາ​ຈຸດ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ໂຄງການດຳ​ເນີນ​ງານປີ 2015, ຮັກສາ​​ສັນຕິພາບ, ປ້ອງ​ກັນຄວາມ​ສະຫງົບ​ສາກົນ ​ແລະ ພາກ​ພື້ນ, ຮ່ວມ​​ແຮງ​ຮ່ວມ​ໃຈແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ