ທ່ານເລຂາທິການໃຫຍ່ ສປຊ Ban Ki Moon
ພາບ:cpv.org.vn
|
(vovworld)- ວັນທີ 17/6, ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ເລັ່ງລັດທ່ານນາຍົກລັດຖະມົນຕີ ອີຣັກ Nuri al Maliki ໃຫ້ດຳເນີນການເຈລະຈາເພື່ອສະກັດກັ້ນສະພາບການໃຊ້ຄວາມຮຸນແຮງລະຫວ່າງນິກາຍສາສະຫນາທີ່ເກີດຂຶ້ນຢູ່ປະເທດນີ້ໃນ1 ເດືອນຜ່ານມາ. ກ່າວຄຳເຫັນໃນການປະຊຸມຂ່າວຈັດຂຶ້ນຢູ່ ເຊີແນວ ປະເທດ ສະວິດ, ທ່ານ Ban Ki Moon ກ່າວເຕືອນ ສະພາບການໃຊ້ຄວາມຮຸນແຮງລະຫວ່າງນິກາຍສາສະຫນາຢູ່ ອີຣັກ ອາດຈະສືບຕໍ່ປີນຂັ້ນໄດ ຍ້ອນການໃຊ້ຄວາມຮຸນແຮງເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ, ທ່ານສະແດງຄວາມປາດຖະຫນາວ່າ:ດ້ວຍການຫນູນຊ່ວຍຢ່າງແຮງຈາກບັນດາປະເທດໃນພາກພື້ນ ແລະ ສາກົນ, ສປຊ ອາດຈະຊ່ວຍລັດຖະບານ ອີຣັກ ຟື້ນຟູສັນຕິພາບ ແລະ ສະຖຽນລະພາບເທື່ອລະກ້າວ. ທ່ານເລຂາທິການໃຫຍ່ ສປຊ ຍົກອອກຄຳຖະແຫລງດັ່ງກ່າວ ໃນສະພາບການປະທະກັນພວມຫຍັບເຂົ້າໃກ້ກັບນະຄອນຫລວງ ແບກແດດ ຂອງອີຣັກ.