ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງໄຕນິງ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງໄຕນິງ - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ເຮັດວຽກຢູ່ແຂວງໄຕນິງ)

(vovworld) - ​ ​​​ຕອນ​ເຊົ້າ​ວັ​ນ​ທີ 05/06, ທີ່​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ແຂວງ ແລະ ພະ​ນັກ​ງານ​ຫຼັ​ກ​ແຫຼ່ງ​ຂອງ​ແຂວງ​ໄຕ​ນິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ສະ​ເໜີ​ໃຫ້​ແຂວງ​ສືບ​ຕໍ່​ຕີ​ລາ​ຄາ, ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​, ທ່​າ​ແຮງ ແລະ ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍໃຫ້​ໝົດ ເພື່ອ​ພັ​​ດະ​ນາ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ການ​ທ່ອງ​ທ່ຽວ ແລະ ການ​ບໍ​ລິ​ການ. ພ້ອມ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຕ້ອງ​ເອົາ​ໃຈ​ໃສ່​ເຖິ​ງວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ຜູ້​ທ​ຸກ​ຍາກ, ເ​ອົາ​ໃຈ​ໃສ່​ເຖິງ​ກາ​ນ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ປະ​ຕິ​ບັດ​ວຽກ​ງານກໍ່​ສ້າງ​ພັກ​ໃຫ້​ເປັນ​ຢ່າງ​ດີ…

        ໃນ​ຕອນ​ບ່າຍ​ວັນ​ທີ 04/06, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ກ​ໍ​ໄປ​ຊອກ​ຮູ້​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ນິ​ຄົມ​ກະ​ເສດນິງ​ດ່ຽນ, ຂຶ້ນ​ກັບ​ບໍ​ລິ​ສັດ ຮືງ​ທິ້ງ ຈຳ​ກັດ, ຢູ່​ເມືອງ​ເຈົາ​ແທ່ງ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ​ ໃຫ້​ຮູ້​ວ່າ.

        “ນິ​ຄົມ​ກະ​ເສດທຳ​ມາ​ຫາ​ກິນຕາມ​ຮູບ​ແບບ​ໃໝ່, ຕາມ​ທິດ​ຕິດ​ພ​ັນ​ລະ​ຫວ່າງ​ກະ​ສິ​ກຳ​ກັບ​ອຸດສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຊີ​ສູງ, ມີ​ຄຸນ​ນະ​ພາບ​ສູງ, ມີ​ລະ​ດັບ​ຄວາມ​ຮູ້​ສູງ, ​ຕ້ອ​ງ​ໂສ້​ການ​ຜະ​ລິດ​ທັນ​ສະ​ໄໝ. ອາດ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ປັດ​ໃຈ​ໄໝ່ ຖ້າ​ພວກ​ເຮົ​າ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ, ຜົນ​ສຳ​ເລັດ​ອາດ​ຈະ​ໄດ້​ຮັບ​ການທະ​ວີ​ຄູນ​ຢ່າງ​ກວ້າງ​ຂວາງ, ສິ່ງນີ້​ແມ່ນ​ເໝາະ​ສົມ​ກັບແຜນ​ນະ​ໂຍ​ບາຍ, ແນວ​ທາງ, ມະ​ຕິ​ຂອງ​ພັກ”.

ຂ່າວ/ບົດ​ອື່ນ