ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມໂຮງງານເຂື່ອນໄຟຟ້ານ້ຳຕົກລາຍເຈົາແລະແຂວງດ້ຽນບຽນ
(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ
ຢ້ຽມຢາມໂຮງງານເຂື່ອນໄຟຟ້ານ້ຳຕົກລາຍເຈົາ)
(vovworld) - ໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດ້ຽນບຽນ, ຕອນບ່າຍວັນທີ 16/07, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ມີການເຮັດວຽກກັບການນຳແຂວງດ້ຽນບຽນ. ຕອນເຊົ້າວັນທີ 16/07, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໄປວາງພວງມາລາອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສູ້ສານນັກຮົບເສຍສະຫຼະຊີວິດເພື່ອຊາດດ້ຽນບຽນ ຢູ່ໂນນພູ A1. ຕໍ່ຈາກນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ລົງຢ້ຽມຢາມຕາແສງ ປອມລອດ, ເມືອງດ້ຽນບຽນ, ມອບຂອງຂວັນໃຫ້ 2 ຄອບຄົວນະໂຍບາຍຢູ່ຕາແສງ ປອມລອດ.
ກ່ອນໜ້ານັ້ນ, ໃນການໄປປະຕິບັດງານຢູ່ແຂວງ ລາຍເຈົາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ລົງຢ້ຽມຢາມພະນັກງານ, ກຳມະກອນໂຮງງານເຂື່ອນໄຟຟ້ານ້ຳຕົກລາຍເຈົາ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່າວວ່າ.
“ນີ້ແມ່ນຜົນງານອັນໃຫຍ່ຫຼວງ, ສຳຄັນພິເສດ. ນີ້ກໍ່ແມ່ນໝາກຜົນຂອງຄວາມມານະພະຍາຍາມໃນການອອກແຮງງານ, ມີຫົວຄິດປະດິດສ້າງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ລຳບາກຂອງພະນັກງານ, ພາລະກອນ, ກຳມະກອນ ແລະ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ ໃນໄລຍະຜ່ານມາ ແລະ ຂອງທ້ອງຖິ່ນຕ່າງໆ.”