(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ
ເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງ ຟຸອຽນ)
(vovworld) – ຕອນບ່າຍວັນທີ 03/05, ເມື່ອເຮັດວຽກກັບພະນັກງານຫຼັກແຫຼ່ງຂອງແຂວງ ຟຸອຽນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ ເນັ້ນໜັກວ່າ: ຟຸອຽນ ມີທີ່ຕັ້ງຍຸດທະສາດສຳຄັນຢູ່ເຂດແຄມທະເລທາງທິດໃຕ້ພາກກາງ, ຊາວ ຟຸອຽນ ມີມູນເຊື້ອຮັກຊາດປະຕິວັດ, ພວມຕັດສິນໃຈປ່ຽນໃໝ່ກ້າວຂຶ້ນ ແລະ ໝັ້ນໝາຍສືບຕໍ່ພັດທະນາ. ທ່ານເລຂາທິການໃຫຍ່ ຊົມເຊີຍອົງຄະນະພັກແຂວງ ຟຸອຽນ ຕັ້ງໜ້າຮ່ຳຮຽນ, ຊາບຊຶມ, ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021 ໃນບໍລິເວນແຂວງ ຕ້ອງຮັບປະກັນຢ່າງແໜ້ນແຟ້ນ, ຖືກຕາມຂັ້ນຕອນ ແລະ ຂໍ້ກຳນົດ. ທ່ານເລຂາທິການໃຫຍ່ ປາດຖະໜາວ່າ: ອົງຄະນະພັກ, ປະຊາຊົນໃນແຂວງ ສືບຕໍ່ເສີມຂະຫຍາຍກຳລັງແຮງທາງດ້ານວັດຖຸ ແລະ ຈິດໃຈ, ບືນຕົວຂຶ້ນກາຍເປັນແຂວງທີ່ກ້າວໜ້າໃນຂົງເຂດ.ທ່ານເລຂາທິການໃຫຍ່ ຊົມເຊີຍ, ເຄົາລົບບັນດາຂໍ້ສະເໜີອັນຊອບທຳຂອງແຂວງ ຟຸອຽນ, ທີ່ກ່ຽວຂ້ອງເຖິງກົນໄກໜູນຊ່ວຍດຶງດູດການລົງທຶນ, ໜູນຊ່ວຍແຫຼ່ງກຳລັງ ເພື່ອໃຫ້ ຟຸອຽນ ສາມາດກໍ່ສ້າງ, ຜັນຂະຫຍາຍໂຄງການຈຸດສຸມບາງແຫ່ງໂດຍໄວ, ສ້າງກຳລັງໜູນໃຫ້ການພັດທະນາເສດຖະກິດ - ສັງຄົມ, ປັບປຸງການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃນບໍລິເວນແຂວງເວົ້າສະເພາະ, ເຂດແຄມທະເລທາງທິດໃຕ້ພາກກາງເວົ້າລວມ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ:
“ ຟຸອຽນ ພວມມີຄວາມມຸ່ງຫວັງບືນຕົວຂຶ້ນຢ່າງແຂງແຮງກ່ວາອີກ. ອັນນັ້ນແມ່ນຄວນຊອບທຳ. ຢາກຄືແນວນັ້ນ ຕ້ອງໄຈ້ແຍກຕີລາຄາສະພາບການ ຟຸອຽນ ແບບພາວະວິໄສ, ອັນໃດເຮັດໄດ້, ອັນໃດຍັງບໍ່ທັນເຮັດໄດ້, ຮັບຮູ້ຄວາມຈິງ, ເພື່ອໃຫ້ພວກເຮົາກຳນົດຕັດສິນໃຈ, ປະຈຸບັນພວມດຶງດູດການລົງທຶນຈາກຕ່າງປະເທດ, ຈັດວາງປີ 2016ແມ່ນປີວິສາຫະກິດ”