ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈຸງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ
|
(vovworld)- ເນື່ອງໃນໂອກາດລະນຶກ 100 ປີແຫ່ງວັນເກີດສົງຄາມໂລກຄັ້ງທີ 1 (1914-2014) , ວັນທີ 29/1, ຢູ່ສຳນັກງານ ສ.ປ.ຊ ທີ່ນິວຢອກແຫ່ງອາເມລິກາ, ສະພາຄວາມໝັ້ນຄົງ ສ.ປ.ຊ ໄດ້ດຳເນີນການປຶກສາຫາລືດ້ວຍຫົວເລື່ອງ “ ສົງຄາມ, ບົດຮຽນ, ຈາກສົງຄາມ ແລະ ຄວາມມານະພະຍາຍາມຊອກຫາສັນຕິພາບແບບຍືນຍົງ” ໂດຍພາຍໃຕ້ການເປັນປະທານຂອງຈໍແດນ ປະຈຸບັນແມ່ນປະທານໝູນວຽນ ສະພາຄວາມໝັ້ນຄົງ ສ.ປ.ຊໃນເດືອນມັງກອນ. ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈຸງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ ເນັ້ນໜັກວ່າ ເພື່ອປົກປັກຮັກສາເອກະລາດ, ອະທິປະໄຕ, ແລະ ຜືນແຜ່ນດິນອັນຄົບຖ້ວນນັ້ນ, ຫວຽດນາມເຄີຍໄດ້ຜ່ານຜ່າ ແລະ ຮັບຜົນຮ້າຍຢ່າງໜັກໜ່ວງຈາກສົງຄາມ, ດັ່ງນັ້ນ ຍາມໃດກໍແບ່ງປັນຄວາມຫວັງລວມຂອງມວນມະນຸດເພື່ອສັນຕິພາບ ແລະ ການພັດທະນາ. ຕາມທ່ານເອກອັກຄະລັດຖະທູດ ເລຮ່ວາຍຈຸງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ ແລ້ວ, ປະຈຸບັນ ໃນໂລກຍັງເກີດມີສົງຄາມ, ການປະທະກັນຢູ່ຫຼາຍແຫ່ງ, ອັນໄດ້ກໍ່ຄວສາມສູນເສຍຢ່າງໃຫຍ່ຫຼວງໃຫ້ແກ່ມວນມະນຸດ. ປະຊາຄົມໂລກ, ໃນນັ້ນມີ ສ.ປ.ຊ ຄວນເພີ່ມທະວີບົດບາດຂອງກົດໝາຍສາກົນ, ບັນດາກົນໄກ ແລະ ບັນດາອົງການພາກພື້ນ, ສາກົນ ແນໃສ່ເພີ່ມທະວີການສົນທະນາຫາລື, ສ້າງຄວາມເຊື່ອໝັ້ນ, ກ່າວປະນາມການນຳໃຊ້ກຳລັງອາວຸດ, ຊຸກຍູ້ບັນຫາແກ້ໄຂບັນດາການພິພາດກັນໂດຍສັນຕິວິທີ.