ນັກຂ່າວ, ອົງການສື່ມວນຊົນຕ່າງປະເທດເປັນຂົວເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ໂລກ

ນັກຂ່າວ, ອົງການສື່ມວນຊົນຕ່າງປະເທດເປັນຂົວເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ໂລກ - ảnh 1
ການ​ພົບ​ປະ​ສັງ​ສັນ​ກັບ​ນັກ​ຂ່າວ​ຕ່າງປະ​ເທດ ປະຈຳ ຮ່າ​ໂນ້ຍ ​ແລະ ຜູ້​ຮັບຜິດຊອບ​ການ​ຂ່າວ​ຂອງ​ບັນດາ​ອົງການ​ທູຕາ​ນຸທູດ ປະຈຳ​ຫວຽດນາມ
(ພາບ: tgvn.com.vn)

(vovworld) - ວັນ​ທີ 30/1, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ນັກ​ຂ່າວ​ຕ່າງປະ​ເທດ ປະຈຳ ຮ່າ​ໂນ້ຍ ​ແລະ ຜູ້​ຮັບຜິດຊອບ​ການ​ຂ່າວ​ຂອງ​ບັນດາ​ອົງການ​ທູຕາ​ນຸທູດ ປະຈຳ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ປີ​ໃຫມ່ 2013. ທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຫງວຽນ​ເຟືອງ​ງາ ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ຕໍ່ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ​ຕ່າງປະ​ເທດ ​ແລະ ບັນດາ​ອົງການ​ທູຕາ​ນຸທູດ ປະຈຳ ຫວຽດນາມ ​ໃນ​ກາ​ນສົ່ງ​ພາບ​ພົດ​ປະ​ເທດ ຫວຽດນາມ ທີ່​ເຕັມ​ສ່ວນ ​ແລະ ​ແທ້​ຈິງ,​ ນະ​ໂຍບາຍ​ການ​ພົວພັນ​ພາຍ​ໃນ​ປະ​ເທດ ​ແລະ ກັບ​ຕ່າງປະ​ເທດ​ຂອງ​ລັດ ຫວຽດນາມ, ບັນດາ​ຜົນງານ​ຊ່ຶ່ງປະຊາຊົນ ຫວຽດນາມ ຍາດ​ມາ​ໄດ້​ໃນ​ປີ 2012 ເຖິງ​ປະຊາ​ຄົມ​ໂລກ. ທ່ານ​ນາງ ຫງວຽນ​ເຟືອງ​ງາ ປາດ​ຖະຫນາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ບັນດາ​ອົງການ​ສື່​ມວນ​ຊົນ​ຕ່າງປະ​ເທດ, ອົງການ​ທຸ​ຕາ​ນຸທູດ ປະຈຳ ຫວຽດນາມ ຈະ​ສືບ​ຕໍ່​ສວມ​ບົດບາດ​​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ ຫວຽດນາມ ​ແລະ ​ໂລກ, ສົ່ງ​ຂໍ້ມູນ​ຂ່າວສານ​ຢ່າງຮອບດ້ານ ​ແລະ ພາ​ວະ​ວິ​ໄສ​ກ່ຽວ​ກັບ​ຫວຽດນາມ ອອກ​ສູ່​ປະຊາຊົນ​​ໃນໂລກ. ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຈະ​ສົມທົບ​ກັບ​ບັນດາ​ອົງການ​ກ່ຽວ​ຂ້ອງ ​ແລະ ທ້ອງ​ຖິ່ນ​ຕ່າງໆ ສ້າງ​ເງື່ອນ​ໄຂ​ສະດວກ​ດີ​ທີ່​ສຸດ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ໃນ​ການເຄື່ອນ​ໄຫວ​ສື່ຂ່າວ​​ໃຫ້​ແກ່ບັນດາ​ນັກ​ຂ່າວ, ອົງການ​ສື່​ມວນ​ຊົນ ​ແລະ ອົງການ​ທູຕາ​ນຸທູດ ປະຈຳ ຫວຽດນາມ.

 

ຂ່າວ/ບົດ​ອື່ນ