ນັກຊ່ຽວຊານການແພດສະແດງຄວາມວິຕົກກັງວົນເປັນພິເສດຕໍ່ເລື່ອງໂລກລະບາດໂຄວິດ-19 ອາດຈະຖືກແຜ່ລະບາດ ຮອບໃໝ່ຢູ່ ເອີລົບ

(VOVWORLD) -ທົ່ວໂລກກວດພົບຜູ້ຕິດເຊື້ອໂຄວິດ-19 ເກືອບ 244,8 ລ້ານຄົນ, ໃນນັ້ນຜູ້ຕິດໃໝ່ແມ່ນກວ່າ 320.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ.
ນັກຊ່ຽວຊານການແພດສະແດງຄວາມວິຕົກກັງວົນເປັນພິເສດຕໍ່ເລື່ອງໂລກລະບາດໂຄວິດ-19 ອາດຈະຖືກແຜ່ລະບາດ ຮອບໃໝ່ຢູ່ ເອີລົບ - ảnh 1(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງວັນທີ 26 ຕຸລາ (ຕາມເວລາ UTC), ທົ່ວໂລກກວດພົບຜູ້ຕິດເຊື້ອໂຄວິດ-19 ເກືອບ 244,8 ລ້ານຄົນ, ໃນນັ້ນຜູ້ຕິດໃໝ່ແມ່ນກວ່າ 320.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ. ໄລ່ມາຮອດປະຈຸບັນ, ມີຈຳນວນຜູ້ເສຍຊີວິດເກືອບ 4,97 ລ້ານຄົນ. ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ຢືນອັນດັບທີ 2 ແມ່ນ ອິນເດຍ, ຖັດຈາກນັ້ນແມ່ນ ບຣາຊິນ.

        ຢູ່ເອີລົບ, ຈຳນວນຜູ້ຕິດເຊື້ອລາຍໃໝ່ເພີ່ມຂຶ້ນ ຍ້ອນອາກາດພວມຄ່ອຍໆຫັນໄປສູ່ລະດູໜາວ - ເຊິ່ງແມ່ນຈຸດເວລາເຊິ່ງໄວຣັດປະເພດຕ່າງໆ ແລະ ໄຂ້ຫວັດເກີດຂຶ້ນ ແລະ ຕິດແປດໄດ້ງ່າຍ. ວົງການນັກຊ່ຽວຊານສະແດງຄວາມວິຕົກກັງວົນເປັນພິເສດຕໍ່ເລື່ອງໂລກລະບາດໂຄວິດ-19 ອາດຈະຖືກແຜ່ລະບາດ ຮອບໃໝ່ໃນລະດູໜາວປີນີ້ຢູ່ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ