ນັກ​ຊ່ຽວ​ຊານ​ເຢ​ຍະ​ລ​ະ​ມັນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ ກ່ຽວກັບສະ​ພາບ​ການ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2021

(VOVWORLD) - ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ເຢຍລະມັນ ໄດ້ສຳພາດທ່ານ Daniel Müller ນັກຊ່ຽວຊານດ້ານເສດຖະກິດ ຮັບຜິດຊອບ ອາຊຽນ ຂອງ ສະຫະພັນ ວິສາຫະກິດ ເຢຍລະມັນ ປະຈຳ ອາຊີ-ປາຊີຟິກ ກ່ຽວກັບສະພາບການເສດຖະກິດຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2021.

ນັກ​ຊ່ຽວ​ຊານ​ເຢ​ຍະ​ລ​ະ​ມັນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ ກ່ຽວກັບສະ​ພາບ​ການ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2021 - ảnh 1ທ່ານ Daniel Müller ນັກຊ່ຽວຊານດ້ານເສດຖະກິດ ຮັບຜິດຊອບ ອາຊຽນ ຂອງ ສະຫະພັນ ວິສາຫະກິດ ເຢຍລະມັນ ປະຈຳ ອາຊີ-ປາຊີຟິກ (ພາບ: TTXVN)

ທ່ານ Daniel Müller ຖືວ່າ ພາຍຫຼັງ ການເຕີບໂຕເສດຖະກິດ ປີ 2020 ຖືກຫຼຸດລົງເຫຼືອພຽງ 2,9% ຍ້ອນໂລກລະບາດໂຄວິດ - 19 (ລະດັບການການຫຼຸດລົງຕ່ຳພໍສົມຄວນເມື່ອທຽບໃສ່ເສດຖະກິດໂລກ), ມາຮອດປັດຈຸບັນ ພື້ນຖານເສດຖະກິດ ຫວຽດນາມ ພວມມີການເຕີບໂຕຢ່າງຕັ້ງໜ້າ ແລະ ຂະຫຍັນຂັນເຄື່ອນ. ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020, ມູນຄ່າສິນຄ້າສົ່ງອອກ ໄຕມາດທີ I/2021 ເພີ່ມຂຶ້ນ 22% ແລະ ມູນຄ່າການນຳເຂົ້າ ເພີ່ມຂຶ້ນ 26,3%. ໃນ 4 ເດືອນຕົ້ນປີ 2021, ວົງເງິນການຄ້າ ຂອງຫວຽດນາມ ບັນລຸລະດັບ 206,5 ຕື້ USD, ຊຶ່ງແມ່ນລະດັບສູງທີ່ສຸດໃນຮອບເວລາ 10 ປີຜ່ານມາ. ປັດຈຸບັນ, ຍັງບໍ່ທັນຮູ້ຢ່າງຈະແຈ້ງວ່າ ໂລກລະບາດໂຄວິດ - 19 ຈະກໍ່ຜົນກະທົບຢູ່ລະດັບໃດຕໍ່ຫວຽດນາມ, ແຕ່ຕາມນັກຊ່ຽວຊານແລ້ວ, ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2021 ອາດຈະທຽບເທົ່າລະດັບສະເລ່ຍໃນຊຸມປີກ່ອນເກີດໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ