( vovworld ) - ຄຸນນະພາບສິນໃນນ້ຳຂອງຫວຽດນາມ ດີແທ້ໆ, ນັບທັງລາຄາກໍບໍ່ສູງ ແຕ່ ຮັບປະກັນຄຸນນະພາບ, ນີ້ແມ່ນການຕີລາຄາຂອງທ່ານ Norman Grant, ປະທານສະຫະສະມາຄົມນຳເຂົ້າສິນໃນນ້ຳອົດຕາລີ, ກ່ຽວກັບສິນໃນນ້ຳຫວຽດນາມ. ຕາມທ່ານ Norman, ຫວຽດນາມ ໄດ້ປະຕິບັດວຽກງານການກວດພະຍາດ, ປັບປຸງສະພາບແວດລ້ອມການລ້ຽງສັດ, ເລີ່ມຈາກນັ້ນ ແມ່ນການສົ່ງອອກຜະລິດຕະພັນສິນໃນນ້ຳທີ່ມີຄຸນນະພາບ, ດ້ວຍລາຄາເໝາະສົມ. ທ່ານ Norman ຖືວ່າ, ມີວິສາຫະກິດອົດສຕາລີ ຫຼາຍແຫ່ງພວມເພີ່ມທະວີການໜູນຊ່ວຍດ້ານທຶນຮອນ ແລະ ໃຫ້ຄຳປຶກສາດ້ານນະໂຍບາຍແກ່ຫວຽດນາມ ເພື່ອພັດທະນາຂະແໜງສິນໃນນ້ຳທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນກວ່າອີກ. ສະຫະສະມາຄົມນຳເຂົ້າສິນໃນນ້ຳອົດຕາລີ ກໍຈະດຳເນີນບາງໂຄງການແລກປ່ຽນ, ຢ້ຽມຢາມ, ເພີ່ອຖ່າຍທອດພາບພົດປະເທດຫວຽດນາມ ທີ່ມີຄວາມເຂັ້ມແຂງທາງດ້ານຜະລິດຕະພັນສິນໃນນ້ຳເຖິງລັດຖະບານ ແລະ ປະຊາຊົນອົດສຕາລີ. ທ່ານ Norman ເນັ້ນໜັກວ່າ, ຝ່າຍຫວຽດນາມ ກໍຄວນລົງທຶນຫຼາຍກວ່າໃຫ້ແກ່ການໂຄສະນາຂະແໜງສິນໃນນ້ຳ ເພື່ອໃນລັດຖະບານ ແລະ ປະຊາຊົນອົດຕາລີ ເຂົ້າໃນແຈ້ງກວ່າກ່ຽວກັບຄຸນນະພາບສິນໃນນ້ຳຂອງຫວຽດນາມ.