ນັກທ່ອງທ່ຽວມາຢ້ຽມຢາມດ່ານັ້ງໃນໂອກາດບຸນປີໃໝ່ສາກົນ 2018 ເພີ່ມຂຶ້ນເກືອບ 18%

(VOVWORLD) -ບຸນປີໃໝ່ສາກົນ 2018, ຈຳນວນນັກທ່ອງທ່ຽວມາຢ້ຽມຊົມ, ທ່ອງທ່ຽວຢູ່ດ່ານັ້ງ ປະມານ 143.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.
ນັກທ່ອງທ່ຽວມາຢ້ຽມຢາມດ່ານັ້ງໃນໂອກາດບຸນປີໃໝ່ສາກົນ 2018 ເພີ່ມຂຶ້ນເກືອບ 18% - ảnh 1 (ພາບປະກອບ: baodulich.net.vn)

ທ່ານ ຫງວຽນຊວນບິ່ງ, ຮອງຫົວໜ້າພະແນກທ່ອງທ່ຽວ ນະຄອນດ່ານັ້ງ ໃຫ້ຮູ້ວ່າ.

        “ໃນໂອກາດພັກບຸນປີໃໝ່ສາກົນນີ້, ທາງຂະແໜງໄດ້ຄາດຄະເນວ່າຈະມີຈຳນວນນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມນະຄອນ. ຍ້ອນວ່າ ວັນພັກປີນີ້ແກ່ຍາວເປັນເວລາ 3 ວັນ, ມີບັນດາບໍລິສັດທ່ອງທ່ຽວ ໄດ້ລາຍງານໃຫ້ພະແນກວ່າ ເຂົາເຈົ້າຈະຈັດບັນດາລາຍການທ່ອງທ່ຽວໄປເຖິງນະຄອນດ່ານັ້ງ ໃນໂອກາດບຸນປີໃໝ່ສາກົນນີ້ຫຼາຍທີ່ສຸດ”.

        ໃນຈຸດເວລາທ້າຍປີ 2017 ນີ້, ຢູ່ນະຄອນດ່ານັ້ງ ໄດ້ດຳເນີນຫຼາຍເຫດການ, ການເຄື່ອນໄຫວທີ່ດູດດື່ມຄື: ງານບຸນ Coco Starlight Fest 2017 ສົມທົບກັບງານຕະຫຼາດນັດທີ່ມີຊື່ສຽງ The Box Market ດ້ວຍຮ້ານວາງສະແດງຂາຍສິນຄ້າ 100 ຮ້ານ, ພ້ອມກັບເຫດການນັບຖອຍຫຼັງຕ້ອນຮັບປີໃໝ່ 2018… ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຊົມ, ພັກຜ່ອນເປັນຈຳນວນຫຼາຍເຂົ້າຮ່ວມ, ຜັກຜ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ