ນັກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸລະດັບເກືອບ 13 ລ້ານເທື່ອຄົນໃນປີ 2017

(VOVWORLD) - ໃນປີ 2017, ການທ່ອງທ່ຽວ ຫວຽດນາມ ຮັບໃຊ້ນັກທ່ອງທ່ຽວພາຍໃນແມ່ນປະມານ 73 ລ້ານເທື່ອຄົນ, ຍອດລາຍຮັບຈາກການທ່ອງທ່ຽວບັນລຸກວ່າ 510.000 ຕື້ດົ່ງ

ວັນທີ 27 ທັນວາ, ກົມໃຫຍ່ສະຖິຕິໄດ້ປະກາດວ່າ: ຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ຄາດວ່າບັນລຸໄດ້ 12,9 ລ້ານເທື່ອຄົນໃນປີ 2017, ເພີ່ມຂຶ້ນ 29,0% ເມື່ອທຽບໃສ່ປີ 2016. ສະເພາະໃນເດືອນທັນວາ 2017, ນັກທ່ອງທ່ຽວສາກົນມາ ຫວຽດນາມ ຄາດວ່າບັນລຸໄດ້ກວ່າ 1,25 ລ້ານເທື່ອຄົນ. ນີ້ກໍ່ແມ່ນເດືອນທີ 9 ນັບແຕ່ຕົ້ນປີ2017 ມາຮອດປັດຈຸບັນ, ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 1 ລ້ານເທື່ອຄົນ/ເດືອນ. ໃນປີ 2017, ການທ່ອງທ່ຽວ ຫວຽດນາມ ຮັບໃຊ້ນັກທ່ອງທ່ຽວພາຍໃນແມ່ນປະມານ 73 ລ້ານເທື່ອຄົນ, ຍອດລາຍຮັບຈາກການທ່ອງທ່ຽວບັນລຸກວ່າ 510.000 ຕື້ດົ່ງ, ອັນໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການເຕີບໂຕຂອງພື້ນຖານເສດຖະກິດປະເທດຊາດ….

ຕອບກັບ

ຂ່າວ/ບົດ​ອື່ນ