ນັກທ່ອງທ່ຽວສາກົນມາຫວຽດນາມຄາດວ່າບັນລຸ 5,3 ລ້ານເທື່ອຄົນ

(VOVWORLD) -ໃນເດືອນພຶດສະພານີ້, ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ບັນລຸເກືອບ 973.000 ເທື່ອຄົນ, ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016.
ນັກທ່ອງທ່ຽວສາກົນມາຫວຽດນາມຄາດວ່າບັນລຸ 5,3 ລ້ານເທື່ອຄົນ - ảnh 1 (ພາບປະກອບ)

ເມື່ອຄິດໄລ່ລວມໃນ 5 ເດືອນຜ່ານມາ, ຄາດຄະເນວ່າບັນລຸເກືອບ 5,3 ລ້ານເທື່ອຄົນ. ບັນດາຕະຫຼາດຈຸດສຸມຂອງຫວຽດນາມ ລ້ວນແຕ່ໄດ້ຮັບການເຕີບໂຕເປັນຢ່າງດີ, ໃນນັ້ນຈີນ ແມ່ນຕະຫຼາດມີການເຕີບໂຕຢ່າງແຮງ ດ້ວຍກວ່າ 1,5 ລ້ານເທື່ອຄົນ. ນອກນັ້ນຍັງມີບັນດາຕະຫຼາດຄື: ລັດເຊຍ, ສ.ເກົາຫຼີ, ຮົ່ງກົນ (ຈີນ), ກຳປູເຈຍ ແລະ ແອັດສະປາຍ. ສິ່ງທີ່ໜ້າສົນໃຈແມ່ນ, 5 ປະເທດເອີລົບຕາເວັນຕົກ ທີ່ໄດ້ຮັບການຍົກເວັ້ກວີຊາເມື່ອມາຫວຽດນາມ ລ້ວນແຕ່ເຕີບໂຕແຕ່ 10% - 30%. 

ຕອບກັບ

ຂ່າວ/ບົດ​ອື່ນ