ນັກສຶກສາເກືອບ 500 ຄົນຮັບໃຊ້ໃຫ້ແກ່ງານບຸນ “ວິສາຂະບູຊາ” 2014
(ພາບຈາກອິນເຕີເນັດ)
(vovworld) - ເພື່ອຮັບໃຊ້ງານບຸນໃຫຍ່ “ວິສາຂະບູຊາ” 2014 ໃຫ້ດີທີ່ສຸດ, ຄະນະຈັດຕັ້ງ “ງານບຸນວິສາຂະບູຊາ” 2014 ເລືອກເຟັ້ນນັກສຶກສາເກືອບ 500 ຄົນຮັບໃຊ້ໃຫ້ແກ່ງານບຸນດັ່ງກ່າວ. ນັບແຕ່ວັນທີ 6/5, ບັນດາຜູ້ອາສາສະໝັກຈະເຂົ້າຮ່ວມການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ,ເລີ່ມຕົ້ນສັບປະດາ “ວິສາຂະບູຊາ” 2014. ພະອາຈານ ເຟຶອກນ້ຽມ, ຜູ້ປະສານງານກັບນັກອາສາສະໝັກໃຫ້ຮູ້ວ່າ:
“ປີນີ້, ຄະນະຈັດຕັ້ງວາງອອກບັນດາມາດຕະຖານສູງ. ໃນໄລຍະໜຶ່ງສັບປະດາທີ່ຮັບໃຊ້ “ງານບຸນວິສາຂະບູຊາ”, ນັກອາສາສະໝັກທຸກຄົນລ້ວນແຕ່ຮ່ວມຈິດຮ່ວມໃຈກັບວຽກງານທີ່ຕົນໄດ້ຮັບມອບຫຼາຍ.”
“ງານບຸນວິສາຂະບູຊາ” ຈະໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 8/5 ດ້ວຍຈຳນວນແຂກທັງພາຍໃນ ແລະ ຕ່າງປະເທດປະມານ 3500 ຄົນ, ຊາວພຸດທະສາສະນິກະຊົນນັບໝື່ນຄົນໃນທົ່ວປະເທດ. ດ້ວຍການກະກຽມຢ່າງລອບຄອບຖີ່ຖ້ວນ, ຄະນະຈັດຕັ້ງຫວັງວ່າ “ງານບຸນວິສາຂະບູຊາ” ຈະສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.