ກຳປັ່ນ ຈີນ ພວມຕຳ່ໃສ່ກຳປັ່ນຂອງຫວຽດນາມ
|
(vovworld)- ວັນທີ 9/5, ຫນັງສືພິມ The Interpreter ຂອງສະຖາບັນນະໂຍບາຍສາກົນ Lowy ມີສຳນັກງານຕັ້ງຢູ່ Sydney ປະເທດ ອົດສະຕາລີ ໄດ້ຄັດສະຫນີຄຳເຫັນຂອງນັກຮຽນຮູ້ Julian Snelder ໂດຍຖືວ່າ: ບັນດານັກການເມືອງ ອາເມລິກາ ມີຄວາມວິຕົກກັງວົນຕໍ່ຫນ້າການນາບຂູ່ກ່ຽວກັບດ້ານເສດຖະກິດ ແລະ ການເມືອງ ໂດຍບໍລິສັດໃຫຍ່ນ້ຳມັນມະຫາສະມຸດຈີນ ກໍ່ຂຶ້ນ. ເລ່ືອງຈີນ ນຳຮ້ານເຈາະນ້ຳມັນເຂົ້າເຄື່ອນໄຫວຢູ່ເຂດທະເລຂອງຫວຽດນາມແມ່ນສະແດງໃຫ້ເຫັນການກະທຳເພື່ອຈຸດປະສົງດ້ານການເມືອງ. ກ່ອນຫນ້ານັ້ນ, ວັນທີ 8/5, ຫນັງສືພິມດັ່ງກ່າວກໍໄດ້ລົງພິມບົດວິຈານຂອງນັກຮຽນຮູ້ Malcolm Cook, ອະດີດຜູ້ອຳນວຍການໂຄງການອາຊີຕາເວັນອອກຂອງສະຖາບັນ Lowy ຢືນຢັນວ່າ: ການກະທຳຂອງຈີນ ແມ່ນໄປຝືນກັບເນື້ອໃນຈິດໃຈ ແລະ ເນື້ອໃນຂອງຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລ (DOC) ຊື່ງຈີນ ໄດ້ລົງນາມກັບ ອາຊຽນ ປີ 2002.