ບິ່ງເຟືອກ ຈັດພິທີສົ່ງບັນດາຄະນະໂຄສະນາເຄື່ອນທີ່
ເຂົ້າຮ່ວມງານມະໂຫລານໂຄສະນາເຄື່ອນທີ່ທົ່ວປະເທດ
(ພາບ: baotintuc.vn)
(vovworld) –ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີ ແຫ່ງວັນເສັ້ນທາງ ໂຮ່ຈີມິນ (19/5/1959-19/5/2014) ແລະ 60 ປີ ແຫ່ງວັນໄຊຊະນະດ້ຽນບຽນຝູ (7/5/1954-7/5/2014). ຕອນເຊົ້າວັນທີ 2/3, ຢູ່ແຂວງ ບິ່ງເຟືອກ ໄດ້ຈັດພິທີສົ່ງບັນດາຄະນະໂຄສະນາເຄື່ອນທີ່ ເຂົ້າຮ່ວມງານມະໂຫລານໂຄສະນາເຄື່ອນທີ່ທົ່ວປະເທດ. ພາຍຫຼັງພິທີ, ນັກໂຄສະນາເກືອບ 300 ຄົນທີ່ມາຈາກ 13 ແຂວງ, ນະຄອນໄດ້ເດີນທາງໄປສະແດງສິລະປະຢູ່ບັນດາແຂວງລຽບຕາມສາຍພູຫຼວງແຫ່ງເທບນິຍາຍ. ການເຄື່ອນໄຫວນີ້ບໍ່ພຽງແຕ່ມີຄວາມໝາຍຮັບໃຊ້ປະຊາຊົນເທົ່ານັ້ນ, ຫາກຍັງບຳລຸງແນວຄິດ, ຈິດໃຈ, ຄຸນນະທາດໃຫ້ນັກສິລະປະ, ນັກໂຄສະນາລຸ້ນຕ່າງໆອີກດ້ວຍ. ງານມະໂຫລານດຳເນີນແຕ່ວັນທີ 1/3 ແລະ ຈະສິນສຸດລົງໃນວັນທີ 12/3/2014 ຢູ່ແຂວງດ້ຽນບຽນ