ນັບພັນຄົນເຂົ້າຮ່ວມການແລ່ນເພື່ອເດັກຮ່າໂນ້ຍປີ 2018
(VOVWORLD) -ຕອນເຊົ້າວັນທີ 2 ທັນວາ, ຢູ່ສວນສາທາລະນະ ທົ້ງເຍິດ ທີ່ຮ່າໂນ້ຍ, ມີປະຊາຊົນນັບພັນຄົນໄດ້ເຂົ້າຮ່ວມການແລ່ນເພື່ອເດັກຮ່າໂນ້ຍປີ 2018 ເພື່ອແນໃສ່ສ້າງກອງທຶນໜູນຊ່ວຍການປິ່ນປົວໃຫ້ແກ່ເດັກທີ່ປະສົບກັບຄວາມຫຍຸ້ງຍາກຕິດໂລກມະເຮັ່ງ ແລະ ໂລກຫົວໃຈມາແຕ່ເກີດ
ການແລ່ນເພື່ອເດັກຮ່າໂນ້ຍປີ 2018 |
ນີ້ແມ່ນການເຄື່ອນໄຫວກິລາມະນຸດສະທຳປະຈຳປີໂດຍສະມາຄົມມິດຕະພາບຫວຽດນາມ-ການາດາ, ສະຖານທູດການາດາປະຈຳຫວຽດນາມ ພ້ອມກັບບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ວິສາຫະກິດ, ຂະແໜງຕ່າງໆຢູ່ບໍລິເວນຮ່າໂນ້ຍ ສົມທົບກັນຈັດຂຶ້ນ.
ກ່າວຄຳເຫັນທີ່ເຫດການນີ້, ທ່ານປະທານ ສະມາຄົມມິດຕະພາບຫວຽດນາມ-ການາດາ ເນັ້ນໜັກວ່າ ປີ 2018 ຊຶ່ງເປັນຂີດໝາຍ 45 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງຫວຽດນາມ-ການາດາ(1973-2018), ການແລ່ນເພື່ອເດັກຮ່າໂນ້ຍປີ 2018 ຈະສືບຕໍ່ເປັນຂົວເຊື່ອມຕໍ່ລະຫວ່າງຊາວຫວຽດນາມ ແລະ ເພື່ອນມິດສາກົນ ແລະ ໄດ້ປະກອບສ່ວນສ່ວນໜຶ່ງເຂົ້າໃນສາຍພົວພັນ ລະຫວ່າງຫວຽດນາມ-ການາດາ.