ນັບຮ້ອຍພັນຄົນເດີນຂະບວນສະໜັບສະໜູນການທ້ອນໂຮມປະເທດ ແອັດສະປາຍ ເປັນເອກະພາບ

(VOVWORLD) - ວັນທີ 08 ຕຸລາ, ເຂົ້າຮ່ວມການເດີນຂະບວນຢູ່ Barcelona, ເມືອງເອກເຂດ Catalunya ຂອງ ແອັດສະປາຍ ປະມານ 350.000 ຄົນ
ນັບຮ້ອຍພັນຄົນເດີນຂະບວນສະໜັບສະໜູນການທ້ອນໂຮມປະເທດ ແອັດສະປາຍ ເປັນເອກະພາບ - ảnh 1ຈຳນວນຄົນເຂົ້າຮ່ວມການເດີນຂະບວນ (ພາບ:Reuters)

ເພື່ອແນໃສ່ສະໜັບສະໜູນການທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຄັດຄ້ານແຜນການຂອງອຳນາດການປົກຄອງເຂດ  Catalunya ທີ່ປະກາດເອກະລາດ. ຕຳຫລວດປະເທດນີ້ ຄາດວ່າ ມີປະມານ 350.000 ຄົນໄດ້ເຂົ້າຮ່ວມການເດີນຂະບວນ ແຕ່ຄະນະຈັດຕັ້ງການເດີນຂະບວນປະກາດວ່າ ຈຳນວນຄົນເຂົ້າຮ່ວມການເດີນຂະບວນຂຶ້ນເຖິງ 930.000 ຄົນ. ນີ້ແມ່ນການເດີນຂະບວນສະໜັບສະໜູນການທ້ອນໂຮມປະເທດເປັນເອກະພາບຂະໜາດໃຫຍ່ສຸດ ນັບແຕ່ເມື່ອວິກິດການດ້ານການເມືອງຢູ່ ແອັດສະປາຍ ເລີ່ມຕົ້ນ. ກ່ອນໜ້ານັ້ນ, ວັນທີ 7 ຕຸລາ, ບັນດາການເດີນຂະບວນ ກໍ່ດຳເນີນໄປຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ ແອັດສະປາຍ ຄື: Madrid, Bilbao, Zaragoza…ເພື່ອຮຽກຮ້ອງຄວາມສາມັກຄີຂອງປະເທດຊາດ ແລະ ຮຽກຮ້ອງການເຈລະຈາ ເພື່ອແກ້ໄຂວິກິດການ.

 

ຕອບກັບ

ຂ່າວ/ບົດ​ອື່ນ